ຕ້ອນຮັບ ທ່ານ Andrey Andreyevich Litvinov ຜູ້ອໍານວຍການ ສູນການສຶກສາຕົວເມືອງ, ມະຫາວິທະຍາໄລ ຊິຣິອຸດ ແຫ່ງ ສະຫະພັນ ຣັດເຊຍ
ໃນຕອນເຊົ້າຂອງ ວັນທີ 15 ສິງຫາ 2022 ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ(ກຕສ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Andrey Andreyevich Litvinov,
ຜູ້ອໍານວຍການສູນການສຶກສາຕົວເມືອງ, ມະຫາວິທະຍາໄລ ຊິຣິອຸດ ແຫ່ງ ສະຫະພັນ ຣັດເຊຍ ເນື່ອງໃນໂອກາດທີ່ໄດ້ເດີນທາງມາເຮັດວຽກຢູ່ ສປປ ລາວ.
ທ່ານ Andrey Andreyevich Litvinov ເວົ້າຫຍໍ້ກ່ຽວກັບມະຫາວິທະຍາໄລ ຊີຣິອຸດ ຊຶ່ງມະຫາວິທະຍາໄລແມ່ນໄດ້ມີການສ້າງຊັບພະຍາກອນມະນຸດໃນຫຼາຍຂົງເຂດເປັນຕົ້ນແມ່ນ ຂົງເຂດວິທະຍາສາດ, ການສຶກສາ, ສ້າງຕົວເມືອງ ແລະ ຂົງເຂດວັດທະນະທຳ.

ທ່ານຍັງໄດ້ສະແດງຄວາມຍິນດີທີ່ຈະໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມທັງໄດ້ເຊື້ອເຊີນທ່ານ ລັດຖະມົນຕີ ພ້ອມດ້ວຍຄະນະໄປຢ້ຽມຢາມ ແລະ ຢ້ຽມຊົມຜົນງານຕາງໆຂອງມະຫາວິທະຍາໄລໃນອະນາຄົດ.
ຂໍ້ມູນ: ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ