ບໍ່ແກ້ວ ຈັບຂະບວນການຢາເສບຕິດລາຍໃຫຍ່.
ເຈົ້າຫນ້າທີ່ປະຈຳບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ສືບຮູ້ຈະມີກຸ່ມຄົນບໍ່ດີລັກລອບຂົນສົ່ງຢາເສບຕິດຈາກປະເທດມຽນມາເຂົ້າມາແຂວງບໍ່ແກ້ວ ( ເມືອງຕົ້ນເຜິ້ງ ) ຈາກນັ້ນ, ປກສ ແຂວງຈື່ງໄດ້ຊີ້ນຳຫ້ອງວິຊາສະເພາະລົງສົມທົບກັບສູນປະສານງານ 4 ປະເທດ ( ຝ່າຍຈີນ ) ທີ່ປະຈຳຢູ່ດ່ານບ້ານມອມລົງກວດຕິດຕາມເປົ້າໝາຍ.

ມາຮອດວັນທີ 6 ສິງຫາ 2022 ເວລາ 12:05 ໂມງ, ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຕົ້ນເຜິ້ງ ໄດ້ເຫັນເປົ້າໝາຍ
ຂີ່ລົດຈັກເຂົ້າໄປບ້ານ ສີບຸນເຮືອງ ເມືອງຕົ້ນເຜິ້ງ ເຈົ້າໜ້າທີ່ຈຶ່ງໄດ້ຕິດຕາມ ແລະ ສາມາດກັກຕົວເປົ້າໝາຍໄດ້ 2 ຄົນຄື: ທ້າວ ພອນ ສຸຕະວົງ ອາຍຸ 45 ປີ ແລະ ນາງ ມອນ ສຸຕະວົງ ອາຍຸ 43 ປີ ຢູ່ບ້ານສີບຸນເຮືອງ ເມືອງຕົ້ນເຜີ້ງ ຜົວເມຍກັນ, ພ້ອມທັງກວດຄົນເຮືອນ.
ຜ່ານການກວດຄົ້ນແມ່ນສາມາດຍຶດໄດ້ເຄື່ອງຂອງກາງ ປະເພດຢາບ້າ ຈຳນວນ 3.304 ມັດ ເທົ່າກັບ 6.608.000 ເມັດ, ນ້ຳໜັກລວມ 733 ກິໂລກຼາມ ແລະ ຢາໄອສ໌ 1 ກິໂລກຼາມ, ລົດໃຫຍ່ 3 ຄັນ, ລົດຈິບປຼາໂດ 1 ຄັນ, ລົດກະບະລີໂວ 1 ຄັນ, ລົດກະບະນິດສັນ 1 ຄັນ, ເງິນກີບ ຈຳນວນ 80.000.000, ເງິນບາດຈຳນວນ 4.109.000 ບາດ, ເງິນຢວນຈຳນວນ 10.000 ຢວນ.

ຕໍ່ກັບຄະນະດັ່ງກ່າວ, ປັດຈຸບັນທາງເຈົ້າໜ້າທີ່ທີ່ກ່ຽວຂ້ອງພວມດຳເນີນການສືບສວນ-ສອບສວນຂະຜົນຫາກຸ່ມແກ້ງເຄື່ອຂ່າຍ.
