ເນື່ອງໃນໂອກາດທີ່ ທ່ານ ດຣ ນາງ ວິພາວັນ ພົມວິຫານ ພັນລະຍາທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ທີ່ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ.

ໃນວັນທີ 15 ສິງຫາ 2022 ທ່ານ ດຣ ນາງ ວິພາວັນ ພົມວິຫານ ພ້ອມດ້ວຍທີມງານຈາກສະພາແຫ່ງຊາດ, ສະພາປະຊາຊົນແຂວງອຸດົມໄຊ ໄດ້ມາຢ້ຽມຢາມໂຮງຮຽນສາມັນກິນນອນຊົນເຜົ່າ ອຸດົມໄຊ, ໃຫ້ກຽດຕ້ອນຮັບໂດຍ ທ່ານ ສີວອນ ເພັງມີໄຊ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ, ທ່ານ ສົມຈັນ ພົນທະສິດ ຜູ້ອຳນວຍການໂຮງຮຽນ ພ້ອມດ້ວຍຄະນະ.

ພ້ອມດຽວກັນນີ້ທ່ານຍັງໄດ້ນຳເອົາວັດຖຸອຸປະກອນເຊັ່ນ: ປື້ມຂຽນ 500 ຫົວ,ຜ້າຫົ່ມ 100 ຜືນ, ພ້າຖາງຫຍ້າ 50 ດວງ,ຊ້ວນ 50 ດວງ, ຈົກ 50 ດວງ, ບົວຫົດຜັກ 50 ໜ່ວຍ, ແວກເສຍຫຍ້າ 50 ອັນ,ສຽມ 50 ອັນ ລວມມູນຄ່າ 20 ລ້ານກີບ ແລະ ເງິນສົດອີກ 10 ລ້ານກີບ ລວມມູນຄ່າທັງໝົດ 30 ລ້ານ ກີບ ມອບໃຫ້ໂຮງຮຽນ ເພື່ອຮັບໃຊ້ເຂົ້າໃນວຽກບໍລິຫານ-ຄຸ້ມຄອງໂຮງຮຽນ ສອດຄ່ອງຕາມ 3 ລັກສະນະ 5 ຫັກມູນການສຶກສາ.

ໃນໂອກາດດັ່ງກ່າວທ່ານກໍ່ໄດ້ນຳເອົາຄວາມອົບອຸ່ນ ແລະ ບາງເນື້ອໃນຈິດໃຈໂອ້ລົມຕໍ່ພະນັກງານ, ຄູອາຈານ ແລະ ໄປຢ້ຽມຊົມຫ້ອງວາງສະແດງເຄື່ອງນຸ່ງບັນດາເຜົ່າຂອງນ້ອງນັກຮຽນ.
