ນ້ຳປ່າໄຫຼນອງ ເຮືອນໄດ້ຮັບຄວາມເສຍຫາຍ 2 ຫຼັງ ເຂດເມືອງປາກແຊງ

ວັນທີ 15 ສິງຫາ 2022 ນີ້ ໄດ້ເກີດມີນ້ຳປ່າໄຫຼສຸຢູ່ບ້ານສະຄີງ ແລະ ບ້ານນາໂພ ເມືອງປາກແຊງ ແຂວງຫຼວງພະບາງ ເຮັດໃຫ້ເຮືອນຂອງປະຊາຊົນ ທີ່ຢູ່ແຄມຕາຝັ່ງໄດ້ຮັບຄວາມເສຍຫາຍໜັກ 2 ຫຼັງ ແລະ ເສຍຫາຍເລັກນ້ອຍອີກຈຳນວນໜຶ່ງ ສ່ວນພື້ນທີ່ນາແມ່ນໄດ້ຮັບຄວາມເສຍຫາຍບາງສ່ວນ. ທ່ານ ສຸກດາວັນ ພັນຈັກຂັນ ເຈົ້າເມືອງປາກແຊງ ໄດ້ໃຫ້ສຳພາດວ່າ:

ເນື່ອງຈາກສະພາບຝົນຕົກໜັກ ຕິດຕໍ່ກັນຫຼາຍຊົ່ວໂມງ ແລະ ຫຼາຍວັນ ຈຶ່ງເຮັດໃຫ້ນ້ຳຫ້ວຍໂພ ແລະ ຫ້ວຍສະຄີງ ເກີດມີນ້ຳປ່າໄຫຼສຸເອົາຂອນໄມ້ມາຕັນທໍ່ລະບາຍນ້ຳລອດທາງ ຈົນເກີດມີນ້ຳໄຫຼຖ້ວມເຮືອນຂອງປະຊາຊົນ ແລະ ພື້ນທີ່ການຜະລິດເສຍຫາຍຈຳນວນໜຶ່ງ ອັນຮ້າຍແຮງແມ່ນມີເຮືອນຂອງປະຊາຊົນຢູ່ບ້ານສະຄີງ 1 ຫຼັງ ແລະ ບ້ານນາໂພ 1 ຫຼັງ ໄດ້ຮັບຄວາມເສຍຫາຍໜັກ, ພາຍຫຼັງໄດ້ຮັບແຈ້ງເຫດການ ການນຳຂອງເມືອງໄດ້ສົ່ງກຳລັງທະຫານ-ຕໍາຫຼວດ ລົງຊ່ວຍປະຊາຊົນເປັນການດ່ວນ ຊຶ່ງສາມາດຍົກຍ້າຍເຄື່ອງໃຊ້ອອກຈາກເຮືອນທີ່ໄດ້ຮັບຜົນກະທົບໜັກ ທັງໄດ້ຊ່ວຍປະຊາຊົນອະນາໄມເຮືອນທີ່ຖືກຜົນກະທົບ ພາຍຫຼັງລະດັບນ້ຳລົງເປັນປົກກະຕິ.

ພ້ອມນີ້ ໄດ້ນຳໃຊ້ເງິນແຮສຸກເສີນວຽກງານໄພພິບັດຂອງເມືອງ ເພື່ອຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບໃນເບື້ອງຕົ້ນ; ສ່ວນແຜນການຟື້ນຟູໄລຍະຍາວ ທ່ານເຈົ້າເມືອງປາກແຊງໃຫ້ຮູ້ວ່າ: ຈະສືບຕໍ່ປຸກລະດົມທຸກພາກສ່ວນ ເຂົ້າຊ່ວຍເຫຼືອປະຊາຊົນໃຫ້ໄດ້ເຮັດການຜະລິດໃນລະດູແລ້ງ ເພື່ອທົດແທນຄວາມເສຍຫາຍໃນລະດູຝົນ, ທັງຈະວາງແຜນສ້ອມແປງເສັ້ນທາງຈຸດທີ່ເປ່ເພ ໃຫ້ສາມາດສັນຈອນໄດ້ສະດວກຕາມປົກກະຕິ.

ຂ່າວ-ພາບ: ເມືອງປາກແຊງ

Related Posts

Leave a Reply

Your email address will not be published. Required fields are marked *