ວິທີເປີດປະຕູໂຊກ ເປີດໄຫເງີນໄຫຄໍາແບບຖືກຕ້ອງ ອະນຸໂມທານ
-ກະທົງໃບຕອງ4ອັນ (ຫ້າມໃຊ້ກະລັບເຟີໜີບ)
-ເຂົ້າ9ຄໍາແຕ່ລະກະໂທງ(ເກື້ອນໍ້າຕານດຳຫຼືນໍ້າອ້ອຍ)ຕ້ອງຊື້ເອົາຫ້າມເອົາເຂົ້າໃນເຮືອນ
-ກ້ວຍ9ຄໍາໃສ່ກຳທົງ ຕັດເປັນຄໍາໃຫ່ຍໆ.

-ຂັນ5ທຽນເຜີ້ງດອກມະລິ
-ກ້ວຍນໍ້າ1ຫວີ
-ນໍ້າດື່ມ(ເຢັນເຕັມຈອກ)
-ນໍ້າຂຽວ(ເຢັນເຕັມຈອກ)
-ທູບ16ດອກ

ຕັ້ງກະທົງເປັນ4ແຈກ້ວາງໆ ພາຍໃນບໍລິເວນເດີນບ້ານ ແຕ່ຕ້ອງເປັນພື້ນຂີ້ດີນ ເປີດ4ທິດ4ທາງ ວາງກ້ວຍແລະນໍ້າຕາມພາບ ໄຕ້ແສງທຽນຈັບຂັນໄວ້ໃນມືຢ່າຟ້າວວາງ ຈົນກ່ວາຈະເວົ້າຈົບ
ທະໂມຕັດສະ3ຈົບ ສາທຸ3ຈົບ

ຂ້ານ້ອຍ…ບ້ານ…ເມືອງ…ແຂວງ..ວັນເດືອນປີເກີດ…ອາຍຸ….
ມື້ນີ້ເປັນມື້ສັນວັນດີ ມີຈຸດປະສົງຢາກເປີດໂຊກເປີດລາບ ເປີດໄຫເງີນໄຫຄໍາທຸກ4ທິດ4ແຈ ລູກນາງ….ຂໍນິມົນອັນເຊີນແມ່ຍ່ານາງນ້ອຍ(ພະແມ່ທໍລະນີ ທີເປັນໃຫ່ຍໃນຂີ້ດິນ ຫຼືຖ້າແມ່ຢູ່ຊັ້ນພູມໃດ ສະຖານທີແຫ່ງໃດກໍ່ດີ.

ລູກຂໍອັນເຊີນແມ່ຍ່ານາງນ້ອຍພຣະອາດພຣະອົງດຽວ ໃຫ້ມາຮັບຈັບໂຈມເອົາ ມື້ນີ້ລູກມີຂັນ5ແສງທຽນ ພາຫວານ…ກ້ວຍ9ຄໍາແລະເຂົ້າ9ຄໍາເກື້ອນໍ້າອ້ອຍ ແລະນໍ້າຫວານນໍ້າດື່ມ ມາຖພຫວາຍໃຫ້ແມ່ຍ່າກີນອື່ມໜໍ່າສໍາລານຂໍຈົ່ງເປີດປະຕູເງີນປະຕູຄໍາໃຫ້ລູກນາງ….ນາງ….ນາງ…..9ຂໍ10ຂໍ ແລະອະທິຖານຂໍໄດ້1ຢ່າງ ໃຫ້ເຫັນທັນຫູດູທັນຕາ
ຫຼັງຈາກນັ້ນວາງຂັນລົງຂີ້ດີນ ໄຕ້ທູບ16ດອກປັກລົງຂີ້ດີນ ອະທິຖານໃຫ້ເພີ່ນຮັບຮູ້ ປັກທູບລົງແລ້ວຫັນຫລັງກັບເລີຍ ປະໄວ້ຫັ້ນຢ່າຟ້າວມ້ຽນ
ປລ:ຕ້ອງເຮັດກ່ອນ6:30ເຊົ້າ

ຂອບໃຈທີ່ມາ:Suliya – ພຣະສຸລິຍາ