Lao News

ສາວໄວ 36 ປີ ຖືກຕັດສິນຈຳຄຸກ ຖານຄອບຄອງອາວຸດ

ໃນວັນທີ 16 ສິງຫາ 2022, ສານປະຊາຊົນນະຄອນຫຼວງວຽງຈັນ ຕັດສິນ ຈຳຄຸກ ນາງ ຝົນ ອາຍຸ 36 ປີ ພັກເຊົາຢູ່ບ້ານໂພນຕ້ອງສະຫວາດ ເມືອງຈັນທະບູລີ ຈໍາຄຸກ 1 ປີ, ແຕ່ຜູ້ກ່ຽວໃຫ້ການເປັນປະໂຫຍດ ຈິ່ງລົດຈຳຄຸກ ເຫລືອພຽງ 5 ເດືອນ.

ເນື້ອໃນຄະດີ, ໃນວັນທີ 12 ມີນາ 2022 ນາງ ຝົນ, ທ້າວ ລູ່ກູ່ (ຄົນຈີນ) ບໍ່ຮູ້ບ້ານຢູ່, ນາງ ລີ່ລີ່ ແລະ ທ້າວ ລາວເຊີນ (ຄົນຈີນ) ບໍ່ຮູ້ບ້ານຢູ່ ໄດ້ພາກັນຂັບຂີ່ລົດເກັງ ຂອງ ນາງ ຝົນ ໄປຫຼິ້ນຮ້ານຄາລາໂອເກະ ຢູ່ຊັ່ງຈຽງ, ເມື່ອໄປຮອດ ນາງ ຝົນ ໄດ້ໂທລະສັບໃຫ້ ນາງ ຊິງ ມາຫາຢູ່ຮ້ານ ຕໍ່ມາ ນາງ ຊິງ ແລະ ທ້າວ ອາເຈີນ ກໍມາຮອດ, ຈາກນັ້ນ, ຕໍ່ມາໝູ່ຂອງ ທ້າວ ລູ່ກູ່ ກໍມາອີກ ຈຳນວນ 5 ຄົນ.

ຮອດເວລາ 23:00 ໂມງ ນາງ ຊິງ ໄດ້ມີປາສຽງຜິດຖຽງກັນກັບ ທ້າວ ອາເຈີນ ຫຼັງຈາກນັ້ນ ທ້າວ ລູ່ກູ່ ຈຶ່ງເຂົ້າໄປຫ້າມ ພ້ອມທັງພາອອກໄປນອກຫ້ອງ, ໃນເວລາດຽວກັນນັ້ນ ທ້າວ ລາວເຊີນ ໄດ້ຈັບເອົາປືນສັ້ນອອກມາ ແຕ່ນາງ ລີ່ລີ່ ໄດ້ຍາດເອົາປືນ ແລ້ວເອົາໃຫ້ ນາງ ຝົນ ໄປໄວ້ໃນຕັບໂລລົດ.

ເວລາຕໍ່ມາ ຫມູ່ທີ່ໄປນຳກັນເອົາຕົວຫຼົບໜີໄປໄດ້. ຂະນະດຽວກັນເຈົ້າໜ້າທີ່ ໄດ້ເຂົ້າກວດຄົ້ນລົດນາງ ຝົນ ພົບເຫັນປືນສັ້ນພ້ອມລູກ ຈໍານວນ 4 ລູກ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button