ສັນຍານດີ! ລາຄານໍ້າມັນດິບໂລກຫລູດລົງຕໍ່ເນື່ອງ

ສັນຍານດີ! ລາຄານໍ້າມັນດິບໂລກຫລູດລົງຕໍ່ເນື່ອງ (west texas) ເດືອນສິງຫາ ຢູ່ປະມານ 86-87 $/ບາເຣວ

ເດືອນ ມັງກອນ 2022 ລາຄານໍ້າມັນບໍ່ເໜັງຕີງຢູ່ທີ່ 80 ກວ່າ $/ບາເຣວ

ຮອດ 24 ກຸມພາ ເລີ່ມເກີດມີປະຕິບັດການທາງການທະຫານ ຣັດເຊຍ-ອູເກຣນ ລາຄານໍ້າມັນສູງຂຶ້ນ

ເດືອນ ມີນາ ພຸ້ງຂຶ້ນສູງສຸດຮອດ 120 $/ບາເຣວ

ຈາກນັ້ນມີເໜັງຕີງຂຶ້ນລົງ

ກັບຂຶ້ນມາສູງອີກຄັ້ງໃນ ເດືອນມິຖຸນາ 120 $/ບາເຣວ

ແລະໄດ້ຫຼຸດລົງມາເລື້ອຍໆ

ເດືອນສິງຫາ ເໜັງຕີງປະມານ 86-87 $/ບາເຣວ

ສາເຫດມາຈາກ ການປະກາດໂຕເລກເສດຖະກິດທີ່ຕົກຕໍ່າທັງຈີນ ແລະ ອາເມລິກາ ເຮັດໃຫ້ເກີດຄວາມກັງວົນວ່າເສດຖະກິດໂລກຈະຖົດຖອຍ.

ຂໍ້ມູນ: TNN

Target

Related Posts

Leave a Reply

Your email address will not be published. Required fields are marked *