ສຸດຍອດສັບພະຄຸນທາງຢາ..!!ໝາກເຂືອຂື່ນ ຢາດີປະດົງຂໍ່, ປົວແຂ້ວແມງ ແລະ ຮັກສາອາການເຈັບຕົ້ນຫມາກເຂືອຂື່ນແມ່ນຈັດຢູ່ປະເພດໃມ້ລົ້ມລຸກເປັນພູ່ມເຊີ່ງສຸງເຖີງປະມານເກີອບ 2-3 ແມັດ:

ຫມາກອ່ອນໃຊ້ກີນເປັນອາຫານກີນກັບລາບກັບເອາະກັບກ້ອຍຕ່າງໆສ່ວນການຂະຫຍາຍພັນແມ່ນຂະຫຍາຍພັນດ້ວຍແກ່ນມັກຈະເກິດຕາມທຳມະຊາດຫລືດີນເປົ່າຫວ່າງຕາມປາຍໄຮ່ປາຍນາລຳຕົ້ມມີຫນາມແລະ ມີຂົນຕາມລຳຕົ້ນຈົນຮອດຍອດ.

ໃບເປັນຮູບດອກບົວມີສີຂາວສ່ວນດອກແມ່ນມີສີມ່ວງອ່ອນ ໆ.

ສັນພະຄຸນຂອງຫມາກເຂືອຂື່ນຫມາກແກ່ ແລະ ແກ່ນມີລົດອອກຂົມໜ້ອຍຫນື່ງເຊີ່ງມີສັບພະຄຸນເຮັດໃຫ້ນອນຫລັບດີເປັນຢາບຳລຸງຮ່າງກາຍ, ຊ່ວຍປັບປຸງລະບົບຕ່ອມນໍ້າລາຍ ສ່ວນຮາກແມ່ນເພີ່ນນຳມາເປັນຢາແກ້ໄຂ້ຫລືມາດອງເຫລົ້າຂາວເພື່ອບຳລຸງສຸຂະພາບແກ້ປວດເມື່ອຍຕ່າງໆຕາມຮ່າງກາຍ

ຮາກນຳມາຝົນແກ້ອາການໂລກແຂ້ວແມງ ໃບເອົາມາຕຳໃຫ້ມູ່ນໆແກ້ແຜຝີຫນອງຫລືແຜອັກເສບ ນອກນີ້ຫມາກເຂືອຂື່ນຍັງມີສັບພະຄຸນແກ້ໂລກປະດົງຂໍ້ຕ່າງໆ ປວດກ້າມເນື້ອຊ່ວຍກຳຈັດພະຍາດໃນລຳໃສ້ ຄົນສະໃຫມກ່ອນເພີ່ນຈະເອົານໍ້າຈາກຫມາກເຂືອຂື່ນສຸກມາຮັກສາອາການເຈັບຕາຫລືພະຍາດໄນຕາ.

ສ່ວນເປືອກຫມາກເຂືອແມ່ນເອົາມາຕຳໃສ່ຕຳສົ້ມຕ່າງ ໆ ລົດຂອງໝາກຈະເຮັດໃຫ້ຕຳປະເພດຕ່າງແຊບນອກນີ້ສັບພະຄຸນແມ່ນຍັງມີຫລາຍໆອີກ.