ແຈ້ງເຕືອນຝົນຕົກໜັກ ປະຈຳວັນທີ 20 ສິງຫາ 2022

ແຈ້ງເຕືອນຝົນຕົກໜັກ ປະຈຳວັນທີ 20 ສິງຫາ 2022

ກົມ​ອຸຕຸນິຍົມ​ແລະ​ອຸທົກກະສາດ​ ລາຍງານວ່າ: ຮ່ອງຄວາມກົດດັນອາກາດຕໍ່ ໄດ້ພາດຜ່ານ ແຂວງ ພາກກາງ ແລະ ພາກໃຕ້ ຂອງປະເທດລາວ, ພ້ອມດຽວກັນ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງ ໃນແຕ່ລະພາກ ແລະ ຕົກໜັກ ຫາ ໜັກຫຼາຍ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້.

ດັ່ງນັ້ນ ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງທຸກພາກສ່ວນ ທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ໂດຍສະເພາະຜູ້ທີ່ອາໄສ ຢູ່ລຽບຕາມຮ່ອມພູ, ເນີນພູ ແລະ ແຄມແມ່ນ້ຳ ເຊັ່ນ: ນ້ຳຂອງ ເມືອງ ວັງວຽງ ແຂວງ ວຽງຈັນ, ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ຫາ ໜັກຫຼາຍ ທີ່ຈະເຮັດໃຫ້ເກີດມີດິນເຈື່ອນ ແລະ ນໍ້າຖ້ວມຊຸ ພ້ອມນີ້ຂໍໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

Related Posts

Leave a Reply

Your email address will not be published. Required fields are marked *