ແຈ້ງການ ເຖິງ: ຄູ-ອາຈານ, ທ່ານຜູ້ປົກຄອງນັກຮຽນ ແລະ ນ້ອງນັກຮຽນທັງໜົດ.

ເລື່ອງ: ການລົງທະບຽນເຂົ້າຮຽນໃນສົກຮຽນ 2022-2023
ລາຍລະອຽດ ດັ່ງແຈ້ງການຂ້າງລຸ່ມນີ້:
➡️ ວັນທີ 22-24 ສິງຫາ 2022 ຢາຍໃບຮັບນັກຮຽນເຂົ້າໃໝ່ ຊັ້ນມ1 ແລະ ມ5 ທີ່ຫ້ອງການບໍລິຫານ(ຊັ້ນ2).

➡️ ວັນທີ 29-31 ສິງຫາ 2022 ຮັບສະເໜີຕົວນັກຮຽນເກົ່າ ແລະ ໃໝ່ ສົກຮຽນ 2022-2023.
ວັນທີ 01 ກັນຍາ 2022 ພິທີໄຂສົກຮຽນໃໝ່ ສົກຮຽນ 2022-2023 (ຮຽນປົກກະຕິ)
👉ເວລາມາສະເໜີຕົວໃຫ້ນ້ອງນັກຮຽນນຸ່ງຊຸດນັກຮຽນຢ່າງຖືກລະບຽບ
👉ເວລາຜູ້ປົກຄອງມາພົວພັນວຽກໃຫ້ນຸ່ງເຄື່ອງແຕ່ກາຍຢ່າງສຸພາບ ສຳລັບເພດຍິງແມ່ນຕ້ອງນຸ່ງສິ້ນ
ແຈ້ງການ.
