ຜິດຖຽງກັນຮຸນແຮງແທງກັນຈົນເສຍຊີວິດແລະເຈັບສາຫັດເຂດບ້ານນາໄຫ

ບ້ານນາໄຫ ໃນວັນທີ 20/8/2022 ເວລາ14:30ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ1624 ວ່າມີເຫດທະເລາະວິວາດ ຢູ່ເຂດບ້ານນາໄຫ ເມືອງຫາດຊາຍຟອງ ແຂວງນະຄອນຫຼວງວຽງຈັນ.

ທີມກູ້ຊີບກູ້ໄພນະຄອນຫຼວງເຂດ 2 ຈຸດ ເມືອງຫາດຊາຍຟອງ ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ 2 ຄົນເປັນເພດຊາຍ 1 ຄົນ ເພດຍິງ 1 ຄົນ ອາຍຸ 21 ປີ ປະຊາຊົນ ບ້ານນາໄຫ ເມືອງຫາດຊາຍຟອງ ນວ.

ອາການເບື້ອງຕົ້ນແມ່ນ: ເພດຍິງ: ເສຍຊີວິດ ເພດຊາຍ: ບາດເຈັບສາຫັດ.

ດັ່ງນັ້ນທີມກູ້ຊີບ-ກູ້ໄພຈື່ງໄດ້ປະຖົມພະຍາບານຂັ້ນເບື້ອງຕົ້ນແກ່ຄົນເຈັບແລ້ວນຳສົ່ງໂຮງໝໍເຊດຖາທິຣາດ ເພື່ອໄປປີ່ນປົວໃຫ້ຊ່ວງເຊົ່າ.

ສ່ວນຜູ້ເສຍຊີວິດ ໄດ້ໃຫ້ເຈົ້າໜ້າທີ່ກວດສອບສັນນະສູດສົບແລ້ວ ຕິ່ງໄດ້ຫໍ່ສົບໃຫ້ພີ່ນ້ອງເພື່ອໄປ ໄປຊາປະນະກິດ.

ສາເຫດຂອງການຜິດຖຽງກັນ, ເຈົ້າໜ້າທີ່ຈະສືບສວນຕໍ່ໄປ.

#ອຸປະຕິເຫດສຸກເສີນໂທ : 🚑 1624 🚑

#ຈຸດເມືອງຫາດຊາຍຟອງ 02076551624

📍📍ຈຸດເມືອງຫາດຊາຍຟອງ ບ້ານດົງໂພສີ ເມືອງຫາດຊາຍຟອງ ນວ.📍📍

ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ

– ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ.

– ອຸປະກອນການແພດຕ່າງໆ.

ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການ ບ້ານໂພນພະເນົາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

#ຕິດຕໍ່ສອບຖາມ:020 56691624 ຫຼື ໂອນບັນຊີ.

ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ.

#ຕິດຕໍ່ສອບຖາມ:020 56691624 ຫຼື ໂອນບັນຊີ.

ເລກບັນຊີ: LAK010120000993902001

#ທີມກູ້ຊີບກູ້ໄພນະຄອນຫຼວງ1624

Related Posts

Leave a Reply

Your email address will not be published. Required fields are marked *