ເກີດອຸບັດຕິເຫດ​ ລົດ​ 12​ ລໍ້​ ຕົກເຫວ

ເກີດອຸບັດຕິເຫດ​ ລົດ​ 12​ ລໍ້​ ຕົກເຫວ​ ຢູ່ຫຼວງພະບາງ ມີຜູ້​ເສຍຊີວິດ​ 2​ ຄົນ.

ຫນ່ວຍກູ້ຊີບອົງການກາແດງລາວ ແຂວງຫລວງພະບາງ​ ລາຍງານວ່າ: ວັນທີ 21 ສິງຫາ​ 2022 ເວລາ​ ​22:30 ນາທີ ໄດ້ຮັບແຈ້ງຈາກປະຊາຊົນເຂົ້າເບີ 0711625 ວ່າມີ​ອຸບັດຕິເຫດ​ລົດ12​ ລໍ້ຕົກເຫວ

ທີ່ບ້ານ​ ສີບຸນເຮືອງເມືອງນ້ຳບາກ ແຂວງຫລວງພະບາງ ​ ​ ເມື່ອທີມງານກູ້ຊີບອົງການກາແດງລາວອອກກວດສອບພົບຜູ້ເສຍຊີວິດຄາທີ່ຕິດຢູ່ພາຍໃນລົດ​ 2​ ຄົນ, ຍິງ​ 1​ ຄົນ​:

– ຜູ້ທີ່1ຊື່: ທ.ບຸນທັນ, ອາຍຸ: 49 ປີ, ສັນຊາດ: ລາວ ບ້ານ​ຢູ່​ປັດຈຸບັນ​ບ້ານຫານ, ເມືອງ: ຫົງສາ,​ແຂວງ: ໄຊຍະບູລີ

-ຜູ້ທີ່2ຊື່ ນ.ອຳໄພ ອາຍຸ 43ປີ, ສັນຊາດລາວ, ບ້ານ ຢູ່​ປັດຈຸບັນ​ບ້ານຫານ, ເມືອງຫົງສາ,​ແຂວງໄຊຍະບູລີ.

ທ​ີມງານຫນ່ວຍ​ກູ້ຊີບອົງກ​ານກາແດງລາວ​ໄດ້ໃຊ້ເຄື່ອງຕັດຖາງໃນການຕັດຊາກລົດເພື່ອເອົາຜູ້ເສຍຊີວິດອອກຈາກລົດແລ້ວຫໍ່ສົບຜູ້ເສຍຊີວິດແລ້ວນຳສົ່ງໂຮງເຢັນໂຮງຫມໍແຂວງຫລວງພະບາງ.

​ຂໍສະແດງຄວາມ​ເສຍໃຈມາຍັງຄອບຄົວແລະຍາດພີ່ນ້ອງຂອງຜູ້ເສຍຊີວິດ​ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ພົບພູມທີ່ດີດ້ວຍເທີ້ນ🙏🙏🙏🙏

ຂ່າວ-ພາບ: ຫນ່ວຍກູ້ຊີບອົງການກາແດງລາວ ແຂວງຫລວງພະບາງ

Related Posts

Leave a Reply

Your email address will not be published. Required fields are marked *