ລາຍງານຈາກອຸຕຸນິຍົມ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 22 ຫາ 28 ສິງຫາ 2022 ໃນໄລຍະຕົ້ນອາທິດ ວັນທີ 22 ຫາ 23 ສິງຫາ 2022 ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານຢູ່ແຂວງ ພາກເຫນືອດ້ານຕາເວັນອອກ ຂອງປະເທດລາວ, ສົມທົບກັບລົ້ມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່,
ຊຶ່ງຈະ ເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ໃນແຕ່ລະພາກ ແລະ ຕົກຫນັກຢູ່ບາງທ້ອງຖິ່ນ ແຂວງພາກເຫນືອ ຈາກນັ້ນໃນໄລຍະກາງ ຫາ ທ້າຍອາທິດ ວັນທີ 24 ຫາ 28 ສິງຫາ 2022 ຮ່ອງຄວາມກົດດັນ ອາກາດຕໍ່າຈະພັດຜ່ານພາກເຫນືອ ແລະ.
ພາກກາງຂອງປະເທດລາວ, ປ່ອງເຂົ້າສູ່ລົມພາຍຸຫມຸນເຂດຮ້ອນ ທີ່ກໍາລັງກໍ່ໂຕ ຢູ່ເຂດທະເທຈີນໃຕ້, ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະເພີ່ມກໍາລັງແຮງຂຶ້ນພັດປົກຄຸມເປັນສ່ວນ
ໃຫ່ຍ, ຊຶ່ງຍັງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ ແລະ ຕົກຫນັກ ຢູ່ ່ ບາງທ້ອງຖິ່ນແຂວງພາກເຫນືອ ແລະ ພາກກາງ.
ຄໍາເຕືອນເຝົ້າລະວັງ: ສະພາບຝົນຕົກຫນັກຟ້າຮ້ອງ-ຟ້າເຫຼື້ອມ, ນ້ໍາຖ້ວມ ແລະ ດິນເຈື່ອນ: ເນື່ອງຈາກວ່າ ໃນໄລຍະວັນທີ 25 ຫາ 26 ສິງຫາ 2022 ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຈະເພີ່ມກໍາລັງແຮງຂຶ້ນ ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງໃນແຕ່ລະພາກ ແລະ ຕົກ ຫນັກຢູ່ບາງທ້ອງຖິ່ນໃນແຂວງພາກເຫນືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນ ເຖີງປະຊາຊົນບັນດາເຜົ່າ, ອໍານາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິ ລະມັດລະວັງຕໍ່ສະພາບ ມີຝົນຕົກຫນັກ, ນໍ້າຖ້ວມຊູ, ນ້ໍາຖ້ວມຍິ່ງ ແລະ ດິນເຈື່ອນ ເນື່ອງຈາກຈະມີຝົນຕົກຕິດຕໍ່ກັນຫຼາຍວັນ, ພ້ອມໃຫ້ຕິດຕາມຂ່າວ ພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ.
ລາຍລະອຽດຕາມແຈ້ງການລຸ້ມນີ້:





ທີ່ມາ:ກົມອຸຕຸນິຍົມ ແລະ ອຸທົກກະສາດ