ນາຕາເຣຍໂວຟ ຊາບັນ ໜ່ວຍສືບຂ່າວລັບຢູເຄຣນ ສັງກັດໃນໜ່ວຍຮົບກໍ່ການຮ້າຍອາຊອຟ ຄືມືລະເບີດທີ່ມຸ່ງສັງຫານອາເລັກຊານເດີ ດູກິນ

ນັກທິດສະດີຣັສເຊຍ ຜູ້ໃກ້ຊິດປູຕິນ ແຕ່ລູກສາວເຂົາທີ່ເປັນນັກຂ່າວ ໄດ້ຮັບເຄາະຮ້າຍແທນ ຫຼັງດູກິນ ປ່ຽນໄປຂີ່ລົດຄັນໃໝ່ໃນນາທີສຸດທ້າຍ ຈິ່ງລອດຕາຍຫວຸດຫວິດ..

“..ໂວຟ ເຂົ້າມາຣັສເຊຍ ພ້ອມລູກສາວ ໂດຍໃຊ້ພັສປອດສາທາລະນະລັດໂດເນຕສຄ໌ ຫຼັງກໍ່ເຫດ ທັງ 2 ກໍຮີບເດີນທາງກັບຢ່າງໄວວາ ໂດຍອອກໄປທາງເອສໂຕເນຍ” ເຈົ້າໜ້າທີ່ຣັສເຊຍ ຖະແຫຼງມື້ນີ້ ພ້ອມໂຊຫຼັກຖານທີ່ເປັນຄຣິບ ແລະພາບຖ່າຍ..

ທັນທີທັນໃດ ຝ່າຍຢູເຄຣນ ອອກມາໂຕ້ກັບຢ່າງຮ້ອນຮົນ ວ່າບໍ່ມີສ່ວນກ່ຽວຂ້ອງໃນເຫດການລອບສັງຫານຄັ້ງນີ້ ແລະ ດູກິນ ກໍບໍ່ແມ່ນບຸກຄົນສຳຄັນທີ່ຢູເຄຣນ ຈະຕ້ອງລອບສັງຫານ
ຂ່າວຈາກ: ສາຍຂ່າວ