ຈັບພໍ່-ແມ່ເລົ້າ ຫຼອກລວງຍິງສາວມາຂາຍບໍລິການ

ຈັບພໍ່-ແມ່ເລົ້າ ຫຼອກລວງຍິງສາວມາຂາຍບໍລິການ

ໃນວັນທີ 25 ກໍລະກົດ 2022 ຜ່ານມາ ເຈົ້າໜ້າທີ່ ປກສ ແຂວງຊຽງຂວາງ ຈັບຜົວ-ເມຍ ທີ່ເປັນພໍ່ເລົ້າ-ແມ່ເລົ້າ ຫຼອກລວງ ຍິງມາຂາຍບໍລິການ.

ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໄດ້ຈັບຕົວ ນາງ ດວງຈັນ ອາຍຸ 44 ປີ ແລະ ທ້າວ ບຸນ ອາຍຸ 53 ປີ ຜົວ-ເມຍ ຢູ່ບ້ານ ນາໂອ ເມືອງແປກ ທີ່ຫຼອກລວງຍິງສາວ ມາຂາຍບໍລິການທາງເພດ.
ຜູ້ກ່ຽວສາລະພາບວ່າ:

ໄດ້ມີຜູ້ຮ່ວມຂະບວນການຢູ່ ເມືອງໂພນໄຊ ແຂວງຫຼວງພະບາງ ໄດ້ຕິດຕໍ່ມາຫາວ່າ ມີຍິງສາວ 4 ຄົນ ຕ້ອງການຢາກເຮັດວຽກ, ຈາກນັ້ນ, ກໍໄດ້ຕົກລົງກັນ ໂດຍ ນາງ ດວງຈັນ ອ້າງວ່າ ຈະໃຫ້ເງິນ 1.000.000 ກີບຕໍ່ເດືອນ,

ພ້ອມທັງຈ່າຍຄ່າເດີນທາງໃຫ້ທັງໝົດ, ຕໍ່ມາຜູ້ຮ່ວມຂະບວນການ ມາສົ່ງຢູ່ທີ່ເມືອງພູກູດ ແຂວງຊຽງຂວາງ ພາຍຫຼັງຮັບມາແລ້ວກໍເອົາມາຢູ່ຮ້ານຂາຍເບຍ

ໂດຍບຫງ ຄັບໃຫ້ຂາຍບໍລິການທາງເພດ ແຕ່ຍິງສາວບໍ່ຍອມ.

ຊົມຄລິບ.

ຂ່າວ: ປກສ ແຂວງຊຽງຂວາງ

Related Posts

Leave a Reply

Your email address will not be published. Required fields are marked *