Lao News

ຖືກຄຸກຍ້ອນເກັບເງິນຫວຍ ” ແທນແຟນ “.

ຖືກຄຸກຍ້ອນເກັບເງິນຫວຍ ” ແທນແຟນ “.

………
ໃນວັນທີ 16 ສິງຫາ 2022 ສານນະຄອນຫລວງວຽງຈັນ ຕັດສິນ ທ້າວ ຟາມຫິວຮຸຍ ອາຍຸ 34 ປີ ສັນຊາດຫວຽດນາມ

ພັກເຊົາຢູ່ບ້ານໂພນຕ້ອງສະຫວາດ ເມືອງຈັນທະບູລີ ຈໍາຄຸກ 2 ປີ 2 ເດືອນ,ໃນ ສະຖານສໍ້ໂກງຊັບ(ເກັບເງິນຫວຍໃຫ້ແຟນ ).

ນາງ ເລທິໝີເຟືອງ ໄດ້ເຂົ້າມາປະເທດລາວ ແລະ ຄົບກັບ ທ້າວ ຟາມຫີວຮຸຍ; ຕໍ່ມາໃນປີ 2019 ນາງ ເລທິໝີເຟືອງ ( ແມ່ຫວຍ ) ໄດ້ຕັ້ງຫວຍຂຶ້ນ 2 ສາຍ ຄືສາຍທີ 1:ມີລູກຫວຍຈໍານວນ 10 ມື ມູນຄ່າ 60 ລ້ານກີບ, ພໍຮອດນາງ ຫງຽນທິລານຢຸງ ( ລູກຫວຍ )ເປຍ ແຕ່ແມ່ຫວຍ ຈ່າຍເງິນໃຫ້ ພຽງແຕ່ 42 ລ້ານກີບ, ສ່ວນທີ່ເຫຼືອແມ່ນແມ່ຕິດຫນີ້ 18 ລ້ານກີບ.

ສ່ວນຫວຍສາຍທີ 2 ມີລູກຫວຍຫຼິ້ນນຳກັນ 8 ມື ມູນຄ່າ 72 ຈລ້ານກີບ ກໍານົດເວລາ 240 ວັນ,ຈ່າຍມື້ລະ 3 ແສນກີບ; ມາຮອດມື ນາງ ຫງຽນທິລານຢຸງ ເອົາຫວຍ ຕ້ອງໄດ້ເງິນທັງໝົດ 82 ລ້ານ 5 ແສນ ກີບ ແຕ່ແມ່ຫວຍຈ່າຍໃຫ້ພຽງແຕ່ 31 ລ້ານ 2 ແສນກີບ ( ນາງ ຫງຽນທິລານຢຸງ ບໍ່ຈ່າຍ ໃຫ້ແມ່ຫວຍຄົບ ເພາະໄປຫັກເງິນ 18 ລ້ານກີບ ທີ່ແມ່ຫວຍ ຕິດຫນີ້ໃນສາຍ ທີ 1 ກ່ອນຫນ້ານັ້ນ ) .

ເຊິ່ງຫວຍສາຍທີ 2 ບາງຄັ້ງທ້າວ ຟາມຫີວຮຸຍ ເປັນຄົນໄປເກັບເງິນນຳ ນາງ ຫງຽນທິລານຢຸງ ແທນນາງ ເລທິໝີເຟືອງ ( ແຟນ )ຈຳນວນ 69 ມື້, ມື້ລະ 3 ແສນກີບລວມ ເປັນເງິນ 20 ລ້ານ 7 ແສນກີບ,ພາຍຫລັງເກັບເງິນໄດ້ແລ້ວກໍເອົາມາ ໃຫ້ແຟນ; ໃນເວລາຕໍ່ມາ ນາງ ຫງຽນທິລານຢຸງ ເປຍຫວຍ ແມ່ຫວຍ ບໍ່ຈ່າຍເງິນໃຫ້ຄົບ ໂດຍອ້າງ ຜູ້ກ່ຽວຍັງຄ້າງເງິນຫວຍສາຍທີ 2 ; ປັດຈຸບັນ ນາງ ເລທິໝີເຟືອງ ໄດ້ເອົາຕົວຫຼົບໜີ.

ພາຍຫລັງຖືກສານຕັດສິນຈຳຄຸກແລ້ວ ແຟນຫນຸ່ມຍັງຕ້ອງຈ່າຍເງິນໃຫ້ແກ່ໂຈດທາງແພ່ງຈໍານວນ 20 ລ້ານ 7 ແສນ ກີບ ທີ່ຕົນໄປເກັບເງິນແທນແຟນສາວ.

#ຄັດຈາກຫນັງສືພິມຄວາມສະຫງົບ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button