ໜັກຫຼາຍ! ສະພາບນໍ້າຖ້ວມບ້ານກໍນ້ອຍ, ເມືອງໄຊ, ແຂວງອຸດົມໄຊ.

ຈັ່ງໃດກໍສູ້ໆເດີ້ ພີ່ນ້ອງ.

ຊົມຄລີບ.
ພະຍຸຖະຫລົ່ມ ແຂວງອຸດົມໄຊ ເນື່ອງຈາກວ່າຝົນໜັກຕໍ່ເນື່ອງ 5-6 ຊົ່ວໂມງ

ພະຍຸຖະຫລົ່ມ ແຂວງອຸດົມໄຊ ຕອນເຊົ້າວັນທີ 26 ສິງຫາ 2022 ເນື່ອງຈາກວ່າຝົນໜັກຕໍ່ເນື່ອງ 5-6 ຊົ່ວໂມງ.

ຕໍ່ກັນມາຮອດປັດຈຸບັນ ເມືອງໄຊ ແຂວງອຸດົມໄຊ ແຖວບ້ານຫລັກ 4, ບ້ານປ່າສັກ ແລະ ເຂດບ້ານອື່ນໃນເທດສະບານມີນ້ຳໜອງຕົກຄ້າງ ແລະ ມີດິນສະໄລ,

ດິນເຈື່ອນບາງເຂດ. ສະນັ້ນໃຫ້ພໍ່ແມ່ພີ່ນ້ອງຊາວເມືອງໄຊ ຫລື ພໍ່ແມ່ປະຊາຊົນທີ່ຢູ່ແຄມແມ່ນ້ຳ ແລະ ຕີນພູ ຈົ່ງມີສະຕີລະວັງຕົວ ແລະ ຂອບເຂດໃດເກີດມີໄພນ້ຳຖ້ວມ.
ແລະ ດິນເຈື່ອນໃຫ້ສົ່ງທາງຄອມເມັນເພື່ອສົ່ງຂ່າວໃຫ້ກັນເດີ້..
ເນື່ອງຈາກວ່າສະຖານະການ ຝົນຕົກໜັກຕໍ່ເນື່ອງ7-8ຊົ່ວໂມງໃນຕອນເຊົ້າວັນທີ 26 ສິງຫາ 2022ນີ້ ເຮັດໃຫ້ນ້ຳຂຶ້ນຫລາຍເກີດນ້ຳຄ້າງບາງເຂດ, ນ້ຳຖ້ວມບາງບ້ານ ແລະ ດິນສະໄລ ດິນເຈື່ອນຖົ່ມໃສ່ເຮືອນພໍ່ແມ່ປະຊາຊົນ ສ້າງຄວາມເສຍຫາຍຢ່າງໜັກ ແລະ
ຂໍແຈ້ງເຖິງພໍ່ແມ່ພີ່ນ້ອງປະຊາຊົນບັນດາເຜົ່າຢູ່ໃນທຸກພຶ້ນທີ່, ຂອບເຂດທີ່ມີຄວາມສ່ຽງຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຍົກຍ້າຍເຄື່ອງ ແລະ ຖ້າພຶ້ນທີ່,

ຂອບເຂດໃດໄດ້ປະເຊີນກັບບັນຫາດັ່ງກ່າວນີ້ໃຫ້ແຈ້ງອົງການປົກຄອງເມືອງ, ຄະນະກຳມະການຄຸ້ມຄອງ, ແກ້ໄຂໄພພິບັດຂັ້ນເມືອງຕາມເບີໂທນີ້ +856 20 22 399 929.
ສະນັ້ນໃຫ້ພໍ່ແມ່ພີ່ນ້ອງຊາວເມືອງໄຊ ຫລື ພໍ່ແມ່ປະຊາຊົນທີ່ຢູ່ແຄມແມ່ນ້ຳ ແລະ ຕີນພູ ຈົ່ງມີສະຕີລະວັງຕົວ ແລະ ຂອບເຂດໃດເກີດມີໄພນ້ຳຖ້ວມ ແລະ ດິນເຈື່ອນໃຫ້ສົ່ງທາງຄອມເມັນເພື່ອສົ່ງຂ່າວໃຫ້ກັນເດີ້.
ຄລີບ.
ຊົມຄລີບ 2.
ຊົມຄລີບ 3.
ຊົມຄລີບ 4.