ຖືກຈັບຍົກແກ້ງ…!!!ປກສ ກຸ່ມບ້ານຊ້າງ ຈັບຜູ້ຖືກຫາລັກຊັບພົນລະເມືອງ ໄດ້ 3 ຄົນ ພ້ອມຂອງກາງແລະອາວຸດ.

ປກສ ກຸ່ມບ້ານຊ້າງ ສົມທົບຫຼາຍພາກສ່ວນ ແກ້ໄຂຄະດີລັກຊັບພົນລະເມືອງ 3 ຄົນ ໃນວັນທີ່26 ສິງຫາ 2022 ທີ່ຜ່ານມາ ປກສ ກຸ່ມບ້ານຊ້າງ ສົມທົບບ້ານນາຄາຍ ເມືອງໄຊທານີ ຈັບຜູ້ຖືກສົງໄສລັກລົດ ໄດ້ 3 ຄົນ.

ຊື່ນາງ ພອນວິໄລ ອາຍຸ 22 ປີ ຫວ່າງງານ ຢູ່ບ້ານຫາດກ້ຽງ ເມືອງໄຊທານີ, ທ້າວ ອານຸສອນ ອາຍຸ 24 ປີ ຫວ່າງງານ ຢູ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ແລະ ທ້າວ ສອນວິໄຊ ອາຍຸ 21 ປີ ຢູ່ບ້ານຫາດກ້ຽງ ເມືອງໄຊທານ.

ພ້ອມຂອງກາງເຄື່ອງຕິດຕົວ ລົດເກັງສີປອນ ໝາຍເລກທະບຽນ ກປ 1280 ກຳແພງນະຄອນ, ປືນສັ້ນຍິງລຸກຈ້ອງ 1 ກະບອກ, ຢາບ້າ 87 ເມັດ ແລະ ເງິນໂດລາ 2 ໂດລາ.
ຈັບຕົວໄດ້ຢູ່ຕາດຫາດຊາຍຂາວ ພາຍຫຼັງຈັບໄດ້ແລ້ວ ໄດ້ມອບສົ່ງໃຫ້ ປກສ ເມືອງນາຊາຍທອງ ດຳເນີນຄະດີ ເພາະພວກຖືກສົງໄສດັ່ງກ່າວມີຄຳສັ່ງຈັບຕົວມາກ່ອນແລ້ວ

ປັດຈຸບັນ ປກສ ເມືອງນາຊາຍທອງ ພວມເລັ່ງດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.ຊົມຄລິບ:

ທີ່ມາ:ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ.
ຂ່າວ: ຮອ ນ. ເສົາລຳມອນ ສິນທະວົງ