ເຈົ້າຂອງຄວາຍ ນໍ້າຕາຕົກໃນ
ຄວາຍ 10 ປາຍໂຕ ຕາຍບໍ່ຮູ້ສາເຫດ.

ໃນວັນທີ 29 ສິງຫາ 2022 ເກີດເຫດຄວາຍຕາຍຢ່າງບໍ່ຮູ້ສາເຫດ ຈຳນວນ 10 ປາຍໂຕ ຢູ່ບ້ານຫ້ວຍນໍ້າຍຸນ ເມືອງປາກງື່ມ ນະຄອນຫລວງວຽງຈັນ.

ເຈົ້າຂອງຄວາຍເລົ່າວ່າ: ຈຳນວນ 10 ປາຍໂຕ ເປັນຄວາຍຕົນເອງທັງຫມົດ ການລ້ຽງຄວາຍແຕ່ໃດມາກໍບໍ່ເຄີຍມີເຫດການຄວາຍຕາຍຫມູ່ ຄືຄັ້ງນີ້ຈັກເທື່ອ.

ເຊິ່ງໃນຊຸມປີຜ່ານມາມີນັກລົງທຶນມາປູກສວນກ້ວຍຢູ່ໃກ້ເຂດນາຕົນເອງ ອາດຈະເຮັດໃຫ້ນໍ້າຢາ ຫລື ສານເຄມີ ໄຫລລົງໃສ່ທີ່ນາ ອາດຈະເປັນສາເຫດໃຫ້ຄວາຍຕາຍໄດ້ ຫລື ເກີດຈາກພະຍາດອື່ນ.

ຕໍ່ກັບການຕາຍຂອງຄວາຍຈຳນວນດັ່ງກ່າວ ເຈົ້າຂອງຄວາຍໄດ້ນໍ້າເອົາລົດມາຈົກດິນເພື່ອຝັງຄວາຍ.