ຈາກຜູ້ໃຊ້ເຟສບຸກຊື່ Nilamon Ponesavanh ໄດ້ໂພສໃນວັນທີ 29/08/2022 ວ່າ: ຮູ້ຫນ້າບໍ່ຮູ້ໃຈ ຖ້າໃຜເຫັນບຸກຄົນໆນີ້ຂໍໃຫ້ທຸກໆຄົນລະວັງໃຫ້ດີເດີ້ ເພາະເປັນຄົນອັນຕະລາຍຕໍ່ບ້ານເມືອງບໍ່ຮູ້ວ່າເປັນຕຳຫລວດແທ້ຫລືວ່າປອມແປງມາ ເລື່ອງມີຢູ່ວ່າໃນເວລາ 7 :15 ນາທີ ຂອງວັນ ອາທິດ ທີ 28 /8/2022 ບຸກດັ່ງກ່າວໄດ້ຍ່າງເຂົ້າມາທີ່ເຮືອນຂອງຂ້ອຍ

ເບື້ອງຕົ້ນລາວຍົກມືນົບສະບາຍດີ ນຳແມ່ ເຖົ້າຂ້ອຍທີ່ກຳລັງປັດໃບໄມ້ຢູ່ຫນ້າບ້ານແລ້ວເວົ້າ” ສະບາຍດີ ຂ້ອຍເປັນເຈົ້າຫນ້າທີ່ຕຳຫລວດ ເພິ່ນໃຫ້ຂ້ອຍມາເອົາລົດ( ລົດໃຫຍ່ )ໃຫ້ໄປເອົາກຸນແຈມາໃຫ້ແນ່ ແມ່ເຖົ້າຕອບວ່າ ເພິ່ນຍັງບໍ່ລົງມາແຕ່ເທິງເຮືອນ ແຕ່ລາວກະຍັງຈັ້ນຈໍ້ໃຫ້ໄປເອົາມາໃຫ້ ແມ່ເຖົ້າເລີຍບອກໃຫ້ລາວໂທຣເວົ້ານຳເພິ່ນເອງເຈົ້າມີເບີໂທຣເພິ່ນບໍ ລາວບໍ່ຕອບ.

ພ້ອມທັງຍ່າງໄປດຶງປະຕູລົດໃຫຍ່ແລ້ວຍ່າງມາຈຶ້ງຕາໃສ່ແມ່ເຖົ້າ ແມ່ເຖ້າກໍ່ເລິຍຄິດວ່າມັນບໍ່ແມ່ນຄົນດີແລ້ວ ລາວເລີຍຍ່າງເຂົ້າປະຕູຂ້າງເຮືອນແລ້ວໃສ່ກອນມັນຍັງຍ່າງມານຳແລ້ວດຶ່ງປະຕູແລະຍ່າງຂ້າມທາງໄປມາພ້ອມທັງໄປດຶງປະຕູລົດແລ້ວກັບມາດຶງປະຕູຂ້າເຮືອນມັນຢາກຮ້າຍຢູ່ຫັ້ນປະມານເກືອບເຄິ່ງຊົ່ວໂມງ
ແລ້ວຍ່າງຂ້າມໄປອີກຟາກທາງກົງກັນຂ້າມກັບເຮືອນຂ້ອຍ ຖ້າແມ່ເຖ້າບໍ່ມີສະຕິແມ່ນລົດຂອງຂ້ອຍມັນຕ້ອງໄດ້ໄປແນ່ນອນຈຶ່ງຝາກເຕືອນທຸກຄົນຖ້າເຈິະແນວນີ້ຕ້ອງມີສະຕິໃຫ້ດີ.
ແຫລ່ງທີ່ມາ:

ຈຸດເກີດເຫດ ບ້ານສຸນັນທາ , ເມືອງໄກສອນ , ແຂວງສະຫວັນນະເຂດ