ນໍ້າຖ້ວມອຸດົມໄຊ ເສຍຊີວິດ 2 ຄົນ.

ນໍ້າຖ້ວມອຸດົມໄຊ ເສຍຊີວິດ 2 ຄົນ.

ເຫດການນໍ້າຖ້ວມ 4 ເມືອງຂອງແຂວງອຸດົມໄຊໃນຄັ້ງທີ່
ຜ່ານມາ ເຮັດໃຫ້ມີຄົນເສຍຊີວິດ 2 ຄົນ ແລະ ຮັບບາດເຈັບ 3 ຄົນ.

ຈາກການລາຍງານຂອງແຂວງອຸດົມໄຊ ໃຫ້ຮູ້ວ່າ: ມີ 4 ເມືອງທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມຄື: ເມືອງໄຊ, ເມືອງນາໝໍ້, ເມືອງງາ ແລະ ເມືອງຫຼາ,ມີບ້ານເສຍຫາຍ
ທັງໝົດ 25 ບ້ານ 469 ຫຼັງຄາເຮືອນ, ພົນລະເມືອງ 2.324 ຄົນ ຍິງ 900 ຄົນ.ໃນນີ້, ມີຜູ້ເສຍຊີວິດ 2 ຄົນ, ບາດເຈັບ 3 ຄົນ.

ນອກນີ້, ມີເຮືອນຖືກຜົນກະທົບ ຈໍານວນ 66 ຫຼັງ ໃນນັ້ນ ເຮືອນຖືກນໍ້າພັດສຸໄຫຼ ຈໍານວນ 58 ຫຼັງ, ດິນເສາະເຈື່ອນ 2 ຫຼັງ ແລະ ເລົ້າເຂົ້າໄຫຼນໍ້າ 23 ຫຼັງ, ເສົາໄຟຟ້າ ເສຍຫາຍ ຈໍານວນ 301 ຕົ້ນ ແລະອື່ນໆ.
……….

Related Posts

Leave a Reply

Your email address will not be published. Required fields are marked *