ສູ້ໆເດີ້! ກອງພົນທະຫານຮາບທີ 3 ນຳກຳລັງ ເຂົ້າຊ່ວຍປະຊາຊົນທີ່ຖືກຜົນກະທົບຈາກນໍ້າຖ້ວມ.
ຕາມການລາຍງານຂອງທ່ານ ພັນໂທ ແສງທອງ ເພັດຄຳພັນ ຮອງຫົວໜ້າຫ້ອງເສນາ ກອງພົນທະຫານຮາບທີ 3 ຜູ້ຊີ້ນຳຂະບວນການ ໃນວັນທີ່ 30 ສີງຫາ 2022 ທີ່ບ້ານຫ້ວຍຫລາ, ເມືອງຫລາ ແຂວງອຸດົມໄຊ ໃຫ້ສຳພາດວ່າ:
ເພື່ອຕອບສະໜອງຕາມຄຳສະເໜີ ຂອງທ່ານເຈົ້າແຂວງ ດັ່ງນັ້ນຈື່ງນຳເອົາກຳລັງທະຫານຈຳນວນ 300ກ່ວາ ສະຫາຍເຂົ້າມາຊ່ວຍປະຊາຊົນຢູ່ບ້ານ ສາມັກຄີໄຊ ບ້ານໂພນໄຊ ແລະ ບ້ານຫ້ວຍຫຼາ ເມືອງຫຼາ ໂດຍໄດ້ສົມທົບກັບຊາວໜຸ່ມແຂວງ ເພື່ອແບ່ງໜ້າທີ່ກັນຢ່າງລະອຽດ.
ການລົງຊ່ວຍເຫຼືອຂອງກອງພົນທະຫານຮາບ ທີ 3 ຄັ້ງນີ້ ແມ່ນໄດ້ສ້າງຂັວນກຳລັງໃຈໃຫ້ແກ່ປະຊາຊົນ ແລະ ໄດ້ຊ່ວຍປະຊາຊົນອະນາໄມ ຂຸດດີນ ມ້ຽນເສດໄມ້, ກ້ອນຫີນອອກຈາກເຮືອນ, ພ້ອມທັງສ້ອມແປງເຮືອນຄືນໃຫມ່ໃຫ້ປະຊາຊົນ ໄດ້ມີທີ່ພັກພາອາໄສຊົ່ວຄາວ.
___
Lao National Radio