ຫລອນຢາ ໃຊ້ຈົກສັບເມຍ ເສຍຊີວິດ.

ຫລອນຢາ ໃຊ້ຈົກສັບເມຍ ເສຍຊີວິດ.

………..ເກີດເຫດຜົວຫລອນຢາບ້າ ຫລຽວເບິ່ງຫນ້າເມຍ ຄິດວ່າ ເມຍມີຊູ້ ຈິ່ງເອົາຈົກສັບຫົວເມຍ ຢູ່ຖຽງນາ ເສຍຊີວິດຄາທີ່.

ເຈົ້າຫນ້າທີ່ໃຫ້ຮູ້ວ່າ: ເຫດການດັ່ງກ່າວເກີດຂຶ້ນໃນວັນທີ 27 ກໍລະກົດ 2022 ທີ່ຜ່ານມາ ຢູ່ບ້ານງາຍເຫນືອ ເມືອງບຸນເຫນືອ ແຂວງຜົ້ງສາລີ, ກ່ອນເຫດເຫດ ທ້າວ ຄຳຕຸ້ຍ ອາຍຸ 37 ປີ ເສບຢາບ້າຈົນຫລອນ ເກີດຄວາມຫຶງຫວງຄິດວ່າເມຍຊື່ ນາງ ຈັນທະໄລ ອາຍຸ 40 ປີ ມີຊູ້ ຈິ່ງເອົາຈົກສັບຫົວ ເສຍຊີວິດ ຢູ່ຖຽງນາ.

ຈາກນັ້ນ ເອົາຕົວຫລົບຫນີ ເຂົ້າປ່າ, ຕໍ່ມາຖືກເຈົ້າຫນ້າທີ່ຈັບຕົວໄດ້.

Related Posts

Leave a Reply

Your email address will not be published. Required fields are marked *