ແກະລະເບີດໃສ່ ຕຳຫລວດເສຍຊີວິດ 3 ຄົນ.

…………ໃນເວລາປະມານ 9:00 ໂມງ ຂອງວັນທີ 1 ກັນຍາ 2022 ເຈົ້າຫນ້າທີ່ຖືກຄົນຮ້າຍ ແກະລະເບີດໃສ່ ເສຍຊີວິດຄາທີ 3 ຄົນ ແລະ ສາຫັດ 1 ຄົນ ( ລວມທັງຄົນຮ້າຍ ) ໃນຂະນະປະຕິບັດຫນ້າທີ່.
ເຫດການດັ່ງກ່າວເກີດຂຶ້ນທີ່ບ້ານຫ້ວຍເຈາະ ເມືອງວຽງຄຳ ແຂວງຫລວງພະບາງ,ຈາກຂໍ້ມູນເບື້ອງຕົ້ນເຈົ້າຫນ້າທີ່ ປກສ ເມືອງວວງຄຳ ເຂົ້າຈັບຕົວຜູ້ຄ້າຢາເສບຕິດ ຖືກຄົນຮ້າຍແກະລະເບີດໃສ່ ເສຍຊີວິດ ຄາທີ່ 3 ຄົນ ເຈັບ 4 ຄົນ ສ່ວນຄົນຮ້າຍເສຍຊີວິດຄາທີ່.

ຕໍ່ກັບເຫດການດັ່ງກ່າວ ຂໍສະແດງຄວາມເສຍໃຈ ນຳຄຶບຄົວ ແລະ ຍາດພີ່ນ້ອງ ຂອງຜູ້ເສຍຊີວິດ ກັບເຫດການທີ່ເກີດຂຶ້ນ ແລະ ຫວັງວ່າຈະເປັນຄະຕິເຕືອນໃຈໃຫ້ເຈົ້າຫນ້າທີ່ໃນເວລາປະຕິບັດງານ.

Cr: ວັນອາທິດ.