ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເຫັນໃຈ ຕໍ່ເຫດການນ້ຳຖ້ວມ ທີ່ເກີດຂຶ້ນຢູ່ທາງພາກໃຕ້ຂອງປະເທດປາກິດສະຖານ

ໃນວັນທີ 2 ກັນຍາ 2022 ນີ້, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເຫັນໃຈ ເຖິງ ທ່ານ ໂມຮາມັດ ຊີບາສ ຊາລີສ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ ຕໍ່ເຫດການນ້ຳຖ້ວມ ທີ່ເກີດຂຶ້ນຢູ່ທາງພາກໃຕ້ຂອງປະເທດປາກິດສະຖານ.
‘ ຂ້າພະເຈົ້າ ໄດ້ຊາບຂ່າວເຫດການນ້ຳຖ້ວມ ທີ່ເກີດຂຶ້ນຢູ່ທາງພາກໃຕ້ຂອງປະເທດປາກິດສະຖານ ໃນວັນທີ 26 ສິງຫາ 2022 ຜ່ານມາ, ອັນໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນ ປາກິດສະຖານ ເປັນຈຳນວນຫລວງຫລາຍ’
‘ ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນອົກເຫັນໃຈ ແລະ ເສົ້າສະຫລົດໃຈເປັນຢ່າງຍິ່ງ ມາຍັງທ່ານ, ລັດຖະບານ ແລະ ປະຊາຊົນ ປາກິດສະຖານ ໂດຍສະເພາະສະມາຊິກຄອບຄົວ ຂອງຜູ້ໄດ້ຮັບເຄາະຮ້າຍຈາກ ໄພທຳມະຊາດໃນຄັ້ງນີ້ ‘
‘ ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ຂອງລັດຖະບານ, ປະຊາຊົນ ປາກິດສະຖານ ໃນເຂດດັ່ງກ່າວ, ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ ແລະ ຟື້ນຟູຊີວິດການເປັນຢູ່ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ‘
ທີ່ມາ: ຂປລ