ຂ່າວດີ!! ສຳລັບນ້ອງໆທີ່ເສັງບໍ່ຕິດ ມຊ, ຍັງສາມາດສະຫມັກຮຽນໃນສາຂາທີ່ຍັງຕ້ອງການຮັບໄດ້

ສຳລັບລາຍລະອຽດການສະຫມັກມີດັ່ງນີ້; ຕ້ອງຜ່ານການສອບເສັງເຂົ້າ ມຊ ຄັ້ງວັນທີ 13 ສິງຫາ 2022 ທີ່ຜ່ານມາ ແຕ່ບໍ່ມີລາຍຊື່ເສັງຕິດ ຕາມລາຍຊື່ທີ່ປະກາດໃນຄັ້ງ ວັນທີ 01 ກັນຍາ 2022

ສາມາດສະໝັກຂໍເຂົ້າຮຽນໃນສາຂາວິຊາທີ່ບໍ່ທັນເຕັມ(ຍັງຮັບໄດ້ຕື່ມ ສັບຊ້ອນໄດ້ບໍ່ຄົບຕາມຈຳນວນທີ່ກຳນົດ)ທັງກຸ່ມ A ແລະ ກຸ່ມ B ຈະເລືອກຮຽນກຸ່ມໃດກໍ່ໄດ້.

ເລີ່ມຂາຍຄໍາຮ້ອງ ແລະ ຮັບຄຳຮ້ອງໃນວັນທີ 5-20 ກັນຍາ 2022.
ສອບຖາມຂໍ້ມູນເພີ່ມເຕີມ ແລະ ສະຫມັກໄດ້ ທີ່ສະໂມສອນໃຫຍ່ ມຊ.
ໂທ: 021771860
Facebook: ຂ່າວສານ ມຊ