ຫາເງິນບໍ່ຂື້ນ ຫາແນວໃດກະມີແຕ່ຈົມ ມີແຕ່ລົ້ມລະລາຍ ເຮັດຫຍັງບໍ່ຂື້ນບໍ່ເກີນຈູດທູບ36 ດອກ _ ບູຊາກາງແຈ້ງ ຫັນຫນ້າໄປທາງທິດຕາເວັນອອກຕັ້ງນະໂມສາມຈົບ.

ຂະນ້ອຍ ຊື່….. ນາມສະກຸນ…..ມາຂໍຄະມາ ອະໂຫສິກຳເທບທິດາທັງຫລາຍ 16 ຊັ້ນຟ້າ 15 ຊັ້ນດິນ_ ຜີບ້ານ ຜີເຮືອນ_ ເຈົ້າທີ່ ເຈົ້າທາງ_ ແມ່ທໍລະນີ_ ພະແມ່ຄົງຄາ.

ບ່ອນທີ່ຂ້າພະເຈົ້າອາໃສຢູ່ນີ້ຂ້າພະເຈົ້າຂໍອະໂຫສິກຳ ໃນສິ່ງທີ່ຂ້າພະເຈົ້າໄດ້ລ່ວງເກີນໄປທັງກາຍຍະກຳ, ວາຈາກຳ ,ມະໂນກຳ ຂໍສິ່ງສັກສິດທັງຫລາຍ ອະໂຫສິກຳໃຫ້ຂ້າພະເຈົ້າດ້ວຍເຖີດແລະຊ່ວຍເປີດທາງໃນການດຳເນີນຊີວິດຂອງຂ້າພະເຈົ້າ

ຮັ່ງມີ ຫມັ້ນຄົງ ທຳການງານ ຄ້າຂາຍຈະເລີນຮຸ່ງເຮືອງ ເຮັດສິ່ງໃດກະຂໍໃຫະປະສົບຜົນສຳເລັດທຸກດ້ານ ແລະຂໍໃຫ້ມີແຕ່ໂຊກມີແຕ່ລາບເຂ້າມາໃນຊີວິດຂ້າພະເຈົ້າ ແລະຄອບຄົວຂອງຂ້າພະເຈົ້າແລະຂໍໃຫ້ລູກມີອຳນາດບຸນວາດສະຫນາ ບາລະມີ ມີແຕ່ຄົນເກງໃຈ ໃຫ້ກຽດ ໄປຢູ່ໃສ ກະຂໍໃຫ້ເປັນທີ່ຮັກຂອງຜູ້ຄົນທັງຫລາຍສັດຕູທີ່ຄິດຮ້າຍ ຂໍໃຫ້ແພ້ໄພຕົວເອງ.

ໃຜທີ່ຄິດບໍ່ດີ ຂໍໃຫ້ສິ່ງນັ້ນຍ້ອນກັບໄປຫາເຈົ້າຂອງເອງ ສາທຸສາທຸ#ຄວາມເຊື່ອສ່ວນບຸກຄົນເດີເຈົ້າ