ຄົນຈີນ ຍິງ ລາວ ແລ້ວຫລົບຫນີ.

ໃນວັນທີ 3 ກັນຍາ 2022 ເວລາ 6:00 ໂມງ, ທ້າວ ລວນ ຮາຍເຟັ້ງ ອາຍຸ 54 ປິ ໃຊ້ປືນຍິງ ຄູ່ກໍລະນີ ໄດ້ຮັບບາດເຈັບ ສາຫັດ ຢູ່ນະຄອນ-ຫລວງພະບາງ ຈາກນັ້ນ ໄດ້ຂັບຂີ່ໄປທາງບ້ານນໍ້າຖ້ວມ.
ພາຍຫລັງກໍ່ເຫດ ຕໍ່ມາໄດ້ມີຄົນພົບເຫັນລົດຈັກທີ່ຜູ້ກໍ່ເຫດຂັບຂີ່ຫລົບຫນີ ຈອດຖິ້ມໄວ້ ຢູ່ບ້ານນາຮຳ ເມືອງນໍ້າບາກ ແຂວງຫລວງພະບາງ, ແຕ່ຍັງບໍ່ທັນສາມາດຈັບຜູ້ກໍ່ເຫດໄດ້, ຜູ້ກ່ຽວເປັນບຸກຄົນອັນຕະລາຍ ເພາະມີປືນຕິດຕົວ.

ສ່ວນຜູ້ໄດ້ຮັບບາດເຈັບສາຫັດ ແມ່ນມີອາການດີຂຶ້ນ ແລະ ກຽມຜ່າຕັດຮອບສອງ, ຢ່າງໃດກໍຂໍໃຫ້ຫາຍດີໂດຍໄວ, ຂໍໃຫ້ເຈົ້າຫນ້າທີ່ຈັບຕົວໃຫ້ໄດ້, ຖ້າພົບເຫັນບຸກຄົນດັ່ງກ່າວມີລາງວັນນຳຈັບເຖິງ 50 ລ້ານກີບ ຕິດຕໍ່ເບິໂທ 99308500