ຈັບຜູ້ຂົນຄັນຊາ 1, 6 ໂຕນ.

ໃນຕອນເຊົ້າ ວັນທີ 6 ກັນຍາ 2022 ນີ້, ຈົ້າຫນ້າທີ່ ປກສ ແຂວງບໍລີຄຳໄຊ ກວດພົບ ລົດບັນທຸກ 6 ລໍ້ ຊຸກເຊື່ອງຄັນຊາອັດແທ່ງ ຈຳນວນ 90 ແກັດ ມີນ້ຳໜັກ 1.600 ກິໂລກຼາມ ປະປົນມານໍາທູບຫອມ.

ເຈົ້າຫນ້າທີ່ ສາມາດກັກຕົວຜູ້ຖືກສົງໄສ ໄດ້ 4 ຄົນ ຄື: ທ້າວ ຂາວ, ທ້າວ ເດ, ທ້າວ ແຂກ ແລະ ທ້າວ ນ້ອຍ ບ້ານ ໂພນຈະເລີນ ເມືອງປາກກະດິງ, ເຊິ່ງໃນເວລາ 15:00 ໂມງ ຂອງວັນທີ 5 ກັນຍາ 2022 ໄດ້ເອົາຄັນຊາ ຂຶ້ນລົດບັນທຸກ 6 ລໍ້ສີແດງ ໝາຍເລກທະບຽນ ບກ 2636 ອຸດົມໄຊ ຢູ່ບ້ານ ໂພນຈະເລີນ ຈົນສຳເລັດ, ຮອດເວລາ 23:00 ໂມງ ຂອງວັນດຽວກັນ ຂັບຂີ່ລົດຄັນດັ່ງກ່າວມຸ້ງໜ້າມາທາງນະຄອນຫຼວງວຽງຈັນ.

ເມື່ອມາຮອດປ້ອມກວດກາທາງແບ່ງບ້ານທວຍ ເມືອງທ່າພະບາດ ເຈົ້າໜ້າທີ່ໄດ້ລັດລົດເພື່ອກວດກາຈຶ່ງພົບເຫັນ ຄັນຊາອັດແທ່ງ ຊຸກເຊື່ອງປະປົນຢູ່ກັບທູບຫອມ ຈໍານວນ 90 ແກັດ, ນໍາໜັກ 1.600 ກິໂລກຼາມ.


