ຈາກຜູ້ໃຊ້ເຟສບຸກຊື່ Bounthvy Panya ໄດ້ໂພສວ່າ: ຂໍຂອບໃຈນ້ອງຊາຍຄົນໃຈດີເວລາ0ໂມງ15ນາທີປະມານນີ້ຂອງວັນທີ8/9/2022ທີ່ມາສົ່ງອ້າຍເຖີງບ້ານ ທັງທີ່ເຮົາສອງຄົນບໍ່ເຄີຍຮູ້ຈັກກັນນ້ອງກະຍັງໃຈດີສົ່ງອ້າຍຮອດບ້ານເລື່ອງມີຢູ່ວ່າ ລົດຂ້າພະເຈົ້າຂີ່ມາດີໆ ແຕ່ບ້ານນາຄ່າຊິມາບ້ານໜອງບືກບ້ານຂ້າພິເຈົ້າ ແຕ່ບັງເອີນ ລົດຂ້າພະເຈົ້າຂີ່ມາດີໆ ບາງເອີນລົດດັບຕາຍກາງທາງ.

ຢູ່ກາຍສຳນັກງານເມືອງນາຊາຍທອງມາ ໄກ້ກັບທາງເຂົ້າບ້ານປ່າແຮດ ຂ້າພະເຈົ້າຫາຄວາມຊ່ວຍເຫລືອຈາກຄົນຮັກແພງໃຜໆກະປິດໂທລິສັບໝົດບໍ່ມີໃຜມາຊ່ວຍ ຂ້າພະເຈົ້າກະເລີຍຈອດລົດໄວ້ຫັນແລ້ວຍາງມາປະມານ 500 ແມັດ ຢູ່ໆກະມີລົດຈັກດັ່ງພາບໄດ້ມາຖາມວ່າອ້າຍ ອ້າຍຍ່າງມາແຕ່ໃສ ຊິເມືອໃສ ຂ້າພະເຈົ້າກະຕອບໄປວ່າຊິເມືອບ້ານໜອງບືກ ນ້ອງຊາຍຖາມອ້າຍມາແຕ່ໃສ ເປັນຫຍັງຈີ່ງຍ່າງມາ.

ຂ້າພະເຈົ້າຈົນນຳ້ຕາໄຫລ ບອກຫຍັງບໍ່ຖືກ. ກະເລີຍຕອບນ້ອງຊາຍວ່າ ລົດອ້າຍເພ ອ້າຍຍ່າງກັບບ້ານ ນ້ອງຊາຍບໍ່ຮູ້ກັນຕອບວ່າ ມານ້ອງຂິເມືອສົ່ງ ບ້ານອ້າຍຢູ່ໃສ ຂ້າພະເຈົ້າຕອບວ່າ ບ້ານອ້າຍຢູ່ໜອງບືກ ນ້ອງຊາຍກະບອກມາວ່າ ນ້ອງຊິໄປສົ່ງ ຂ້າພະເຈົ້າຂໍນົບນ້ອມສີ່ງສັກສິດມີຈີງ ຢ່າງນ້ອຍຂ້າພະເຈົ້າຕົກຍາກກະຍັງມີນ້ອງຊາຍເທບພະບຸດມາຊ່ອຍ

ສົ່ງໃຫ້ຂ້າພະເຈົ້າຮອດບ້ານເອົາລະທ່ານຜູ້ຟັງທ່ານຜູ້ຊົມ ເຖີງຍາມທຸກເຖີງມະນຸດບໍ່ຊ່ອຍ ກະຍັງມີເທບພະບຸດມາຊ່ອຍຂ້າພະເຈົ້າ ໃຫ້ມາຮອດເຖີງບ້ານຢ່າງປອດໄພ ບໍວ່າຫລາຍຄົນດີ ຍາກຍີ່ງໜັກຊິມີ ໂຊກດີຂອງຂ້າພະເຈົ້າ ທີ່ໄດ້ພົບຄົນດີຂອງໂລກມະນຸດ ຂໍຂອບໃຈນ້ອງຊາຍທີ່ຊ່ວຍເຫລືອອ້າຍ ອ້າຍເຖີງຊິບໍ່ຮູ້ນາມຂອງນ້ອງກະຕາມ ອ້າຍຂໍຂອບໃຈຢ່າງສຸດຊື້ງ ຂອບໃຈຄອບຄົວຂອງນ້ອງທີ່ສອນນ້ອງໃຫ້ເປັນຄົນດີ ມີເມຕາ ກະລຸນາ ມຸທິຕາ ອຸເປກຂາ ຊ່ອຍເຫລືອມະນຸດດ້ວຍດັນ ຂ້າພະເຈົ້າຂອງຊົມເຊີຍ ແລະຍ້ອງຍໍ ຢ່າງສຸດໃຈດັ່ງນ້ອງຊາຍໃນພາບນີ້.

ທີ່ມາ: Bounthvy Panya