ກວດໂຮງແຮມ ພິມມະຈັນ ມົ້ວສູມສິ່ງຕ້ອງຫ້າມ.

ກວດໂຮງແຮມ ພິມມະຈັນ ມົ້ວສູມສິ່ງຕ້ອງຫ້າມ.

ວັນທີ 9/9/2022 ເວລາ 2:33 ນທ ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ໄດ້ເຂົ້າກວດຄົ້ນຮ້ານຄາລະໂອເກະຂອງ ໂຮງແຮມພິມມະຈັນ ຢູ່ບ້ານດອນແກ້ວ ເມືອງໄຊ ແຂວງອຸດົມໄຊ ພົບຜູ້ມາໃຊ້ບໍລິການມົ້ວສຸມສິ່ງຕ້ອງຫ້າມ.

ການກວດຄັ້ງນີ້ເຈົ້າໜ້າທີ່ໄດ້ຫ້ອງຄາລະໂອເກະທັງໝົດ 5 ຫ້ອງ ພົບເຫັນຜູ້ມາໃຊ້ບໍລິການທັງໝົດ 28 ຄົນ, ຍິງ 7 ຄົນ. ຜ່ານການກວດນໍ້າປັດສະວະ (ນໍ້າຍ່ຽວ) ພົບຜູ້ມີສານເສບຕິດໃນຮ່າງກາຍ ຈຳນວນ 7 ຄົນ.

– ພົບເຫັນບັ້ງແກສ໌ ຫຼື ບັ້ງສານເຄມີ ໄນຕຣັສ ອອກໄຊ (Nitrous Oxides) ຈໍານວນ 8 ບັ້ງ (ບັ້ງໃຫຍ່ 3 ບັ້ງ, ບັ້ງກາງ 3 ບັ້ງ ແລະ ບັ້ງນ້ອຍ 2 ບັ້ງ)
– ປູມເປົ້າທີ່ຍັງບໍ່ທັນບັນຈຸແກສ໌ ຈໍານວນ 50 ໜ່ວຍ.
– ຢາສູບໄຟຟ້າຈຳນວນ 4 ກອກ.
– ອຸປະກອນສູບບາລາກູ ຈຳນວນ 1 ຊຸດ

Related Posts

Leave a Reply

Your email address will not be published. Required fields are marked *