ຂ່າວດີສຳລັບຜູ້ມີບັນຫາທາງສາຍຕາ ມະໂຫສົດເປີດກວດວັດແທກສາຍຕາໂດຍບໍ່ເສຍຄ່າ
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາຍຕາໂລກ ປະຈຳປີ 2022 ໂຮງໝໍມະໂຫສົດ ແລະ ທີມງານວິຊາການຕາໂຮງໝໍມະໂຫສົດ ໂດຍການໃຫ້ທຶນສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານມູນນິທິເຟຣດໂຮໂລ ແມ່ນຈະໄດ້ຈັດກວດວັດແທກສາຍຕາບໍ່ເສຍຄ່າ ໃຫ້ກັບປະຊາຊົນຜູ້ທີ່ມີບັນຫາທາງສາຍຕາ ໃນວັນທີ 22 ກັນຍາ 2022 ທີ່ໂຮງໝໍມະໂຫສົດ (ຫ້ອງປະຊຸມໃຫຍ່ອາຄານ 8 ຊັ້ນ) ໃນເວລາ 8:30 ຫາ 14:30 ເພື່ອກວດຊອກຄົ້ນຫາຜູ້ທີ່ມີບັນຫາທາງສາຍຕາ ເພື່ອນຳມາດຳເນີນການປິ່ນປົວໃນໄລຍະກາງເດືອນຕຸລາ ກໍຄືວັນທີ 13 ຕຸລາ ເຊິ່ງເປັນວັນສາຍຕາໂລກ.
ສຳລັບຜູ້ທີ່ມີບັນຫາທາງສາຍຕາ ສາມາດໂທສອບຖາມໄດ້ທີ່ເບີ 02055400236, 02098236232 02077769971, 02056230998, 02059544448 ແລະ 02055793359.
ທີ່ມາຂ່າວ: Vientiane mai