ເມຍ ແລະ ຊາຍຊູ້ ໄດ້ຮ່ວມມືກັນຄາດຕະກຳຜົວ ຢູ່ເມືອງສິງ ແຂວງຫຼວງນ້ຳທາ

ພະແນກຕຳຫຼວດ ປກສ ເມືອງສິງ ແຂວງຫຼວງນໍ້າທາ ໄດ້ກັກຕົວ ທ້າວ ແຊຈ່າ ອາຍຸ 28 ປີ ແລະ ນາງ ສໍຈົມ ອາຍຸ 33 ປີ (ທ້າວ ແຊຈ່າ ເປັນຊາຍຊູ້ຂອງ ນາງ ສໍຈົມ) ເມື່ອມໍ່ໆມານີ້ ໃນຂໍ້ຫາຮ່ວມກັນຫວັງຂ້າຜົວຂອງ ນາງ ສໍຈົມ ຊື່ ທ້າວ ຕໍພຽວ ຢູ່ ບ້ານນໍ້າມະອຸ່ນ ເມືອງສິງ ແຂວງຫຼວງນໍ້າທາ ຊຶ່ງທ້າວແຊຈ່າ ໄດ້ໃຊ້ປືນແກັບຍິງເຂົ້າບໍລິເວນກົກຂາເບື້ອງຊ້າຍ 2 ລູກ, ນີ້ວມືເບື້ອງຂວາ 1 ລູກ, ບໍລິເວນຂ້າງເບື້ອງຊ້າຍ 3 ລູກ, ຫົວນົມເບື້ອງຂວາ 2 ລູກ ແລະຂະໝັບຫູເບື້ອງຂວາ 3 ລູກ ເຮັດໃຫ້ ທ້າວ ຫໍພຽວ ໄດ້ຮັບບາດເຈັບແຕ່ບໍ່ເສຍຊີວິດ.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ນາງ ສໍຈົມ ໄດ້ຮັບສາລະພາບວ່າ:
ຕົນເອງ ແລະ ທ້າວ ຕໍພຽວ ໄດ້ສ້າງຄອບຄົວ ແລະ ຢູ່ຮ່ວມກັນຖືກຕ້ອງຕາມຮີດຄອງປະເພນີ ແຕ່ປີ 2006 ແຕ່ບໍ່ສາມາດມີລູກນຳກັນ ຍ້ອນສຸຂະພາບບໍ່ແຂງແຮງ ຮອດປີ 2016 ທ້າວ ຕໍພຽວ ຜູ້ເປັນຜົວເລີ່ມມີການພົວພັນກັບຢາເສບຕິດ ສູບຢາຝິ່ນ, ເສບຢາບ້າຫຼາຍຂຶ້ນທຸກມື້ ບໍ່ພາເຮັດພາສ້າງເວລາບໍ່ມີຢາເສບກໍ່ຮ້າຍດ່າຕົນເອງ ພ້ອມທັງບັງຄັບໃຫ້ໄປຊອກຢືມເງິນນຳພີ່ນ້ອງມາໃຫ້ ຖ້າປະຕິເສດກໍຈະຖືກທຸບຕີທໍລະມານ, ມີບາງຄັ້ງໄດ້ຮັບບາດເຈັບຈົນໄດ້ເຂົ້າໂຮງໝໍ, ຢາກປະຮ້າງ ແຕ່ຜູ້ເປັນຜົວພັດບໍ່ຍິນຍອມ.
ຈາກນັ້ນ, ຕົນເອງຈຶ່ງເກີດມີແນວຄິດເບື່ອໜ່າຍກັບຜົວ ແລະ ລັກຫຼີ້ນຊູ້ຮ່ວມກັນຫຼັບນອນກັບ ທ້າວ ແຊຈ່າ ຄົນບ້ານດຽວກັນ ມາໄດ້ຫຼາຍຄັ້ງ ຮອດປີ 2021 ຈຶ່ງໄດ້ວາງແຜນຮ່ວມກັບຊາຍຊູ້ ເອົານໍ້າກົດປະສົມກັບອາຫານ ໃຫ້ ທ້າວ ຫໍພຽວ ຜູ້ເປັນຜົວກີນ ແຕ່ບໍ່ເປັນຫຍັງ.
ວັນທີ 24 ມິຖຸນາ 2022 ຈຶ່ງໄດ້ວາງແຜນໃໝ່ ໂດຍໃຫ້ ທ້າວ ແຊຈ່າ ເອົາປືນແກັບໄປຍິງໃນຂະນະທີ່ ທ້າວ ຫໍພຽວ ຜູ້ເປັນຜົວ ກຳລັງໄຖ່ນາຢູ່ເຂດຫ້ວຍນ້ຳມະອຸ່ນ ແຕ່ຜູ້ກ່ຽວກໍ່ບໍ່ຕາຍ, ຕໍ່ມາຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ.
ປັດຈຸບັນນີ້, ນາງ ສໍຈົມ ແລະ ທ້າວ ແຊຈ່າ ຖືກເຈົ້າໜ້າທີ່ ປກສ ເມືອງສິງ ສົ່ງໃຫ້ພະແນກກ່ຽວຂ້ອງ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.
ທີ່ມາ, ວຽງຈັນທາມ, ຂໍ້ມູນ: ວິທະຍຸກະຈາຍສຽງ ເມືອງສິງ