ຂໍຊ່ວຍເຫຼືອຄ່າປິ່ນປົວ

ຂໍອະນຸຍາດເພຶ່ອນເຟສບຸກທັງຫລາຍ ຂໍແຜ່ສັດທາພໍ່ອອກແມ່ອອກຊ່ວຍເຫຼືອຄ່າປິ່ນປົວ

ສາມະເນນ ສາຍຍາ ໄຊຍະວົງສໍ ເພິ່ນສັງກັດຢູ່ວັດຮ່ອງສຸພາບ ເພິ່ນມີອາການເຈັບກົກຂາ ຈຶ່ງເຮັດໃຫ້ບໍ່ສາມາດຍ່າງໄດ້ປົກກະຕິຫລັງຈາກເອັກຊະເລເບິ່ງແລ້ວທ່ານໝໍໄດ້ໃຫ້ຄຳແນະນຳວ່າໃຫ້ຜ່າຕັດເພຶ່ອປ່ຽນ

ຂໍ້ກະດູກກົກຂາແລ້ວໃສ່ກະດູກທຽມແທນເພາະຖ້າວ່າປະໄວ້ດົນຢ້ານຍ່າງບໍ່ໄດ້ເລິຍ ຕອນນີ້ເພິ່ນຍັງພັກຟື້ນຢູ່ໂຮງໝໍ150ຕຽງ ແລະຄ່າປິ່ນປົວກໍ່ເກີນກຳລັງເພິ່ນ.

ຄ່າຜ່າຕັດ2ຂ້າງ ລວມ 77.000.000ກີບຕອນນີ້ຜ່າຕັດແລ້ວ ແຕ່ຍັງຕິດໜີ້ໂຮງໝໍໄວ້ຢູ່ ຈຶ່ງອອກມາຂໍແຜ່ເມດຕານຳຍາດໂຍມທັງຫຼາຍຄົນລະ5ຄົນລະ10 ຫລຶຕາມກຳລັງທີ່ຊ່ວຍໄຫວ ຫຼືຊ່ວຍແຊກໍ່ຍັງດີເພຶ່ອເປັນສະພານບຸນໃຫ້ກັນ🙏🙏🙏

ບັນຊີຂອງເພິ່ນຢູ່ທາງລຸ່ມ ສຸດທ້າຍນີ້ຂໍໃຫ້ບຸນບາຣະມີຄຸນພຣະສີຣັດຕະນະໄຕຣ ປົກປັກຮັກສາຜູ້ທີ່ຮ່ວມກິນຮ່ວມທານໃນຄັ້ງນີ້ດ້ວຍເຖີນ

ໃຫ້ຢູ່ເຢັນເປັນສຸກກິນຢ່າບົກຈົກຢ່າລົງ ທານເຊົ້າໃຫ້ເຂົ້າແລງ ທານແລງໃຫ້ເຂົ້າເຊົ້າ ໄຫລມາເທມາຄືສາຍນ້ຳດ້ວຍເຖີນນ🙏🙏🙏

Cr: KhunZai Vongphukdy

Related Posts

Leave a Reply

Your email address will not be published. Required fields are marked *