ໃຊ້ສຽງດັງເວລານອນຍິ ງ ຄົນຂ້າງເຮືອນເ ສ ຍ ຊີ ວິ ດ.

ໃນວັນທີ 3 ກັນຍາ 2022 ນີ້, ເກີດເຫດຍິ ງກັນເ ສ ຍຊີ ວິ ດ ຢູ່ບ້ານສົບນ້າວ ເມືອງໃໝ່ ແຂວງຜົ້ງສາລີ ຍ້ອນຄົນຂ້າງເຮືອນ ໃຊ້ສຽງດັງລົບກວນເວລານອນ.
ເຈົ້າຫນ້າທີ່ໃຫ້ຮູ້ວ່າ: ມື້ເກີດເຫດປະມານ 10 ໂມງ ທ້າວ ຕຸ້ຍ ອາຍຸ 30 ປີ ບ້ານສົບນ້າວ ກັບຈາກເກັບນໍ້າຢາງພາລາ ພາຍຫຼັງຮອດເຮືອນແລ້ວຕົນຮູ້ສືກເມື່ອຍ ເລີຍເຂົ້າໄປນອນພັກຜອນຢູ່ໃນເຮືອນ ແຕ່ນອນບໍ່ຫລັບ, ເພາະທ້າວນິງ ອາຍຸ 32 ປີ ເຮືອນໃກ້ກັນ ຕັດໄມ້ໃຊ້ສຽງດັງລົບກວນ ດັ່ງນັ້ນ, ຕົນຈື່ງໄດ້ລູກອອກໄປບອກວ່າຢ່າໃຊ້ເສຍດັງຫຼາຍ ແຕ່ທ້າວນິ່ງ (ຜູ້ເສຍຊີວິດ)ໄດ້ຕອບກັບມາວ່າ ໃຊ້ສຽງດັງກະຢ່າ ນີ້ແມ່ນເຮືອນຂ້ອຍ ຈິ່ງເກີດມີປາກສຽງໃສ່ກັນຢ່າງຮຸນແຮງ ແລະ ຜ່ານມາທັງສອງເຄີຍຜິດດຖຽງກັນມາກ່ອນ.

ເມື່ອເປັນແນວນັ້ນ ທ້າວ ຕຸ້ຍ ຈຶ່ງໃຈຮ້າຍແລ້ວຍ່າງເຂົ້າໄປໃນເຮືອນຈັບເອົາປືນແກັບຍິງໃສ່ທ້າວ ນິງ ທີ່ກຳລັງກົ້ມລ້າງມືຢູ່ເຮືອນຄົວເຮັດໃຫ້ ເ ສ ຍ ຊີ ວິດ ຄາທີ່.