Lao News
ຕຶກກົມຍຸດທະສຶກສາທະຫານບົກ

ໃນຕຶກກົມຍຸດທະສຶກສາທະຫານບົກ ພາຍໃນວິທະຍາໄລກອງທັບບົກ ປະເທດໄທ ຖະໜົນນະຄອນໄຊສີ ເຂດດຸສິດ ກຸງເທບມະຫານະຄອນ ເບື້ອງຕົ້ນມີລາຍງານວ່າ:
ໃນເວລາ 10:50 ນາທີ ຂອງວັນທີ 14 ກັນຍາ 2022 ນີ້ເກີດເຫດການຍິງກັນ.
ມີຄົນໄດ້ຮັບ ບາດເຈັບສາຫັດ 1 ຄົນ ແລະ ເສຍຊີວິດ 2 ຄົນ.
ສ່ວນຜູ້ກໍ່ເຫດປະກາດວ່າຈະຍິງໃຫ້ຄົບ 10 ຄົນ ໂດຍເຈົ້າໜ້າທີ່ຕຳຫລວດໄດ້ ຈັດກຳລັງຈາກໜ່ວຍປະຕິບັດການພິເສດເຂົ້າໄປຄວບຄຸມຕົວຜູ້ກໍ່ເຫດ
ຂໍ້ມູນເບື້ອງຕົ້ນຂອງຜູ້ກໍ່ເຫດແມ່ນ ທະຫານ ຍົງຍຸດ ອາຍຸ 58 ປີ ສັງກັດໃນໂຮງຮຽນເສນາທິການທະຫານບົກ ມີອາການປະສາດຫລອນ