ຢ່າງຕໍ່ເນື່ອງ ຍ້ອນຫລາຍປັດໃຈທັງພາຍໃນ ແລະ ພາຍນອກ ໂດຍສະເພາະລາຄາເຂົ້າກິນທີ່ມີທ່າອ່ຽງສູງຂຶ້ນ ເຮັດໃຫ້ສົ່ງຜົນກະທົບໂດຍກົງຕໍ່ການດໍາລົງຊີວິດປະຈໍາວັນຂອງພະນັກງານລັດຖະກອນ, ທະຫານ, ຕໍາຫລວດ ແລະ ປະຊາຊົນທົ່ວໄປ ໂດຍສະເພາະຜູ້ມີລາຍຮັບຕໍ່າ.
ທ່ານ ນາງ ວັນມະນີ ພິມມະສານ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະ ຄອນຫລວງວຽງຈັນ ໄດ້ໃຫ້ສໍາພາດຜ່ານລາຍການວຽງຈັນວັນນີ້ ຂອງໂທລະພາບນະຄອນຫລວງວຽງຈັນ ທີ່ອອກອາ ກາດໃນວັນທີ 16 ກັນຍາ 2022 ວ່າ:
ເພື່ອແກ້ໄຂບັນຫານີ້, ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ພວມກະກຽມຈະປະ ຊຸມຮ່ວມກັບທຸກພາກສ່ວນທີ່ກ່ຽວຂ້ອງ, ໃນນັ້ນ ລວມທັງບັນດາຜູ້ປະກອບການທີ່ເຮັດກ່ຽວກັບການແຊກແຊງລາຄາເຂົ້າ ເພື່ອເອົາເຂົ້າໃນຄັງແຮອອກມາຈໍາໜ່າຍໃນສັງຄົມ ເນື່ອງຈາກລາຄາເຂົ້າຕາມທ້ອງຕະຫລາດໃນປັດຈຸບັນເພີ່ມສູງຂຶ້ນເກີນ 20-30%
ຕາມທີ່ກໍານົດໄວ້ ຈິ່ງຈໍາເປັນຕ້ອງເອົາເຂົ້າອອກມາຈໍາໜ່າຍເພື່ອແຊກແຊງລາຄາຕາມທ້ອງຕະຫລາດ, ແຕ່ກ່ອນຈະເອົາເຂົ້າອອກມາຈໍາໜ່າຍໄດ້ ຕ້ອງໄດ້ຜ່ານການປຶກສາຫາລືຮ່ວມກັບກະຊວງອຸດສາຫະກໍາ ແລະ ການຄ້າ
ທີ່ເປັນເຈົ້າຂອງໂຄງການ, ລວມເຖີງພະແນກກະສິກໍາ ແລະ ປ່າໄມ້ນະຄອນຫລວງວຽງຈັນ ກໍຄື ທຸກພາກສ່ວນກ່ຽວຂ້ອງຢ່າງລະອຽດ, ເຊີ່ງນີ້ຖືເປັນວຽກງານທີ່ຕ້ອງຈັດຕັ້ງປະຕິບັດຢ່າງຮີບດ່ວນ.
ຢ່າງໃດກໍຕາມ ຖ້າໄດ້ເອົາເຂົ້າດັ່ງກ່າວອອກມາຈໍາໜ່າຍ ແມ່ນຈະຈໍາໜ່າຍຢູ່ບາງຈຸດໃນນະຄອນຫລວງວຽງຈັນ ຕາມທີ່ເຄີຍປະຕິບັດມາໂດຍສະເພາະໃນປີ 2018
ນະ ຄອນຫລວງວຽງຈັນ ເຄີຍນໍາເອົາເຂົ້າອອກມາຈໍາໜ່າຍເພື່ອແຊກແຊງລາຄາສິນຄ້າຢູ່ 3 ຈຸດຂອງ 3 ເມືອງມາແລ້ວ ຄື: ຈັນທະບູລີ, ນາຊາຍທອງ ແລະ ຫາດຊາຍຟອງ.
ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫລວງວຽງຈັນ ໃຫ້ຮູ້ຕື່ມວ່າ:
ການເພີ່ມຂຶ້ນຂອງລາຄາເຂົ້າ ກໍຄື ລາຄາສິນຄ້າອຸປະໂພກ-ບໍລິໂພກຕາມທ້ອງຕະຫລາດ ເກີດຂຶ້ນຍ້ອນຫລາຍປັດໃຈທັງພາຍໃນ ແລະ ພາຍນອກ.
ດັ່ງນັ້ນ ເພື່ອແກ້ໄຂບັນຫານີ້ ໂດຍສະເພາະແມ່ນລາຄາເຂົ້າ, ປັດຈຸບັນ ພະແນກອຸດສາຫະກໍາ ແລະ ການຄ້ານະຄອນ ຫລວງວຽງຈັນ ພວມຮ່ວມກັບທຸກພາກສ່ວນກ່ຽວຂ້ອງຄົ້ນຄ້ວາປັບປຸງໂຄງປະກອບລາຄາເຂົ້າຄືນໃໝ່
ນັບແຕ່ໂຄງປະ ກອບລາຄາຕົ້ນທຶນການຜະລິດ, ຜູ້ໄປເກັບຊື້, ໂຮງສີເຂົ້າ ແລະ ລາຄາເຂົ້າທີ່ຂາຍຕາມທ້ອງ, ໂດຍຈະກໍານົດລະອຽດ ເຊັ່ນ: ຜູ້ຜະລິດເຂົ້າຈະໃຫ້ໄດ້ກໍາໄລ 20-30%, ໂຮງສີ 5% ແລະ ອື່ນໆ.
ຄາດວ່າໂຄງປະກອບໃໝ່ນີ້ຈະຜ່ານການຮັບ ຮອງ ແລະ ປະກາດຢ່າງເປັນທາງການໃນອີກບໍ່ດົນນີ້ ເພື່ອຊ່ວຍເຫລືອທັງຊາວກະສິກອນຜູ້ຜະລິດ, ພໍ່ຄ້າແມ່ຄ້າ ແລະ ຜູ້ບໍລິໂພກໃຫ້ສາມາດຢູ່ໄດ້.
FM 90 ລາຍງານ