ຊົມເຊີຍ! 2 ຄອບຄົວຕົ້ນແບບ ລ້ຽງເປັດກາບໄຂ່ ແລະ ໄກ່ພັນໄຂ່ ສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍກວ່າ 300 ລ້ານກີບ/ປີ
ການປູກຝັງ-ລ້ຽງສັດ ກໍ່ເປັນອາຊີບໜຶ່ງທີ່ຢູ່ຄຽງຄູ່ກັບຄົນລາວເຮົາມາແຕ່ ດົນນານແລ້ວ ໂດຍຕິດພັນກັບການດຳລົງຊີວິດຂອງປະຊາຊົນລາວເຮົາທີ່ມີ ມູນເຊື້ອ, ຄວາມດຸໝັ່ນຂະຫຍັນພຽນໃນການອອກແຮງງານ,
ມີຫົວຄິດປະດິດ ສ້າງໃນການປະກອບອາຊີບ ແລະ ເປັນການສົ່ງເສີມໃຫ້ຊາວກະສິກອນມີອາຊີບທີ່ ໝັ້ນຄົງ, ສາມາດສ້າງລາຍຮັບເຂົ້າສູ່ຄອບຄົວ ທັງເປັນພື້ນຖານໃນການສ້າງ ເສດຖະກິດຄອບຄົວເຮັດໃຫ້ຄອບຄົວສາມາດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນການເພີ່ມພູນຜະລິດຜົນສ້າງເສດຖະກິດ ຄອບຄົວດ້ວຍຫຼາຍວິຊາອາຊີບທີ່ແຕກຕ່າງກັນ
ຕາມເງື່ອນໄຂຄວາມອາດສາມາ ຂອງຕົນເອງໃນການປູກຝັງ-ລ້ຽງສັດເປັນອາຊີບທີ່ຢູ່ຄຽງຄູ່ກັບການດຳລົງຊີວິດ ການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າມາແຕ່ດຶກດຳບັນ ເຊີ່ງແຕ່ໃດໆມາຄົນ ລາວເຮົາກໍ່ມີມູນເຊື້ອຄວາມດຸໝັ່ນຂະຫຍັນພຽນໃນການອອກແຮງງານບວກກັບ ແນວທາງອັນຖືກຕ້ອງຂອງພັກ-ລັດ ໃນການສົ່ງເສີມປະຊາຊົນໃນການປູກຝັງ, ລ້ຽງສັດເປັນສິນຄ້າ
ເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ ຈາກທີ່ ເຄີຍລ້ຽງແບບທຳມະຊາດກໍ່ຫັນມາລ້ຽງແບບໃຊ້ເຕັກນິກໃຫ້ຫຼາຍຂື້ນ. ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມກໍ່ຄືຜູ້ບໍລິໂພກຕາມທ້ອງ ຕະຫຼາດພາຍໃນເມືອງຍອດອູ ໃຫ້ພຽງພໍ ຄືການລ້ຽງເປັດກາບໄຂ່ຂອງຄອບຄົວ ຂອງທ່ານ ວຽງແກ້ວ ພັນວິໄລ ແລະ ການລ້ຽງ ໄກ່ພັນໄຂ່ ຂອງຄອບຄົວ ທ່ານ ຍອດແສງ ແຍນຄຳ ຢູ່ບ້ານພານ ເມືອງ ຍອດອູ ແຂວງຜົ້ງສາລີ ເລີ່ມລົງມືລ້ຽງ ມາແຕ່ປີ 2021
ຕາມການລົງເກັບກຳຂໍ້ມູນໃນຄັ້ງນີ້ ທ່ານ ວຽງແກ້ວ ພັນວິໄລ ໄດ້ໃຫ້ຂໍ້ມູນວ່າ: ໃນ ຄອບຄົວຂອງທ່ານ ວຽງແກ້ວ ພັນວິໄລ ມີສະມາຊິກທັງໝົດ 9 ຄົນ, ຍິງ 3 ຄົນ, ມີແຮງງານຜະລິດຕົ້ນຕໍ 3 ແຮງງານຍິງ 1 ແຮງງານ ກ່ອນທີ່ຈະຫັນມາລ້ຽງ ເປັດກາບໄຂ່ຂາຍນີ້ ຕົນເອງ
ກໍ່ໄດ້ເຮັດຫຼາຍອາຊີບປະສົມປະສານເພື່ອສ້າງ ລາຍໄດ້ໃຫ້ແກ່ຄອບຄົວ ແຕ່ຄອບຄົວກໍ່ຍັງຂາດເຂີນຫຼາຍເພາະວ່າການໃຊ້ຈ່າຍ ຫຼາຍກ່ວາລາຍຮັບ ຈິ່ງໄດ້ຕັດສິນໃຈຊອກຮູ້ຮໍ່າຮຽນດ້ານເຕັກນິກໃນການລ້ຽງເປັດ ກາບໄຂ່ ນຳຜູ້ທີ່ເຄີຍມີປະສົບການມາ ກ່ອນ ໂດຍນໍາໃຊ້ທຶນ ແລະ ແຮງງານຂອງ ຕົນເອງມີເຊິ່ງຕົ້ນທຶນທັງໝົດໃນການລ້ຽງເປັດກາບໄຂ່ໃນຈໍານວນ 1.030ໂຕ ເປັນເງິນ 77,250,000 ກີບ
ພາຍໃນໜຶ່ງເດືອນກໍ່ໄດ້ສົ່ງໄຂ່ອອກຂາຍແລ້ວ ສາມາດສ້າງລາຍຮັບໄດ້ທັງໝົດ 372,000,000 ກີບຕໍ່ປີ ພາຍຫຼັງລົບຕົ້ນທຶນ ອອກກຳໄລໃນການລ້ຽງເປັດກາບໄຂ່ໄດ້ 83,000,000 ກີບຕໍ່ປີ ນອກຈາກ ການລ້ຽງເປັດກາບໄຂ່ແລ້ວທາງຄອບຄົວຍັງຜະລິດກະສິ ກຳອື່ນໆເພີ່ມເພື່ອສ້າງ ລາຍຮັບເຂົ້າຄອບຄົວເປັນຈຳນວນເງິນ 393,000,000 ກີບຕໍ່ປີ, ສະເລ່ຍໃສ່ ຫົວຄົນໃນຄອບ ຄົວໄດ້ 43,000,000 ກີບຕໍ່ຄົນຕໍ່ປີ.
ສຳລັບຄອບຄົວທ່ານ ຍອດ ແສງ ແຄນຄຳ ອາຊີບ ປະຊາຊົນຊົນເຜົ່າລື້ ຢູ່ບ້ານກາດ ເມືອງ ຍອດອູ ແຂວງ ຜົ້ງສາລີ ມີຈຳນວນຄົນໃນຄອບຄົວທັງໝົດ 4 ຄົນຍິງ 2 ຄົນມີແຮງງານ ຜະລິດ 2 ແຮງງານ, ຍິງ 1 ແຮງງານ ເຊິ່ງມີຕົ້ນທຶນທັງໝົດໃນການລ້ຽງໄກ່ພັນ ໄຂ່ 204,000,000 ກີບ ສາມາດສ້າງລາຍຮັບໄດ້ທັງໝົດ 240,000,000 ກີບຕໍ່ປີ ລົບຕົ້ນທຶນອອກໄດ້ກຳໄລໃນການລ້ຽງໄກ່ພັນໄຂ່ໄດ້ 36,000,000 ກີບ ຕໍ່ປີ ນອກຈາກການລ້ຽງໄກ່ພັນໄຂ່ແລ້ວທາງຄອບຄົວຍັງຜະລິດກະສິກຳອື່ນໆເພີ່ມ ເພື່ອສ້າງລາຍຮັບເຂົ້າຄອບຄົວເປັນຈຳນວນເງິນ 134,000,000 ກີບຕໍ່ປີ, ສະເລ່ຍໃສ່ຫົວຄົນໃນຄອບຄົວໄດ້ 33,000,000ກີບຕໍ່ຄົນຕໍ່ປີ. ສາມາດຢັ້ງຢືນ ເປັນຄອບຄົວພົ້ນທຸກ
ທີ່ມາ: ສື່ມວນຊົນເມືອງຍອດອູ ແຂວງຜົ້ງສາລີ