ສະບາຍດີຜູ້ອ່ານທຸກຄົນ ມື້ນີ້ມີເລື່ອງສຸດໜ້າສົງສານ ເມື່ອຄູ ອະໄພວົງ ແສງປັນຍາ ຄູທີ່ປຶກສາໄດ້ພາຜູ້ສື່ຂ່າວພື້ນທີ່ລົງກວດສອບໃຫ້ການຊ່ວຍເຫຼືອຄອບຄົວ ນາງສາວ ຈະຕຸພອນ ລາດເພຍແກ້ວ ຫຼືນ້ອງແຫວນ ອາຍຸ 16 ປີ.

ຢູ່ບ້ານໃໝ່ໄທຈະເລີນ ຕ.ປ່າແດງ ອ.ຊາດຕະການ ຈ.ພິດສະນຸໂລກ ນັກຮຽນຍິງຊັ້ນມັດທະຍົມສຶກສາປີທີ 4 ໂຮງຮຽນຊາດຕະການວິທະຍາ.

ເຊິ່ງເປັນນັກຮຽນດີເດັ່ນ ທັງດ້ານກິດຈະກຳ ການປະພຶດຮຽບຮ້ອຍ ມີຜົນການຮຽນດີເດັ່ນອັນດັບ 1 ເຊິ່ງມີຖານະທາງບ້ານຍາກຈົນ.

ກວດສອບສະພາບຄວາມເປັນຢູ່ພົບວ່າ ນ້ອງແຫວນ ອາໄສຢູ່ກັບແມ່ຄືນາງ ໂຮມ ລາດເພຍແກ້ວ ອາຍຸ 53 ປີ ເນື່ອງຈາກພໍ່ເສຍຊີວິດໄປເມື່ອ 3 ປີກ່ອນ ລາຍໄດ້ຂອງຄອບຄົວມາຈາກຮັບຈ້າງທົ່ງໄປແລະເກັບຂີ້ເຫຍື້ອຂາຍ

ທັງບ້ານມີລາຍໄດ້ເດືອນລະ 1,000-1,200 ບ. ກັບບັດສະຫວັດດີການແຫ່ງລັດ 300 ບ. ສະພາບບ້ານເປັນເພິງບໍ່ມີພື້ນບໍ່ມີຝາມີພຽງເສົາກັບຫຼັງຄາ ນ້ອງແຫວນແລະແມ່ຕ້ອງອາໃສນອນເຕັ້ນເກົ່າໆທີ່ຄົນບໍລິຈາກມາໃຫ້.

ຖ້າຝົນຕົກໜັກ ລົມແຮງຕ້ອງຫາທີ່ຫລົບຝົນ ທັງບ້ານຍັງບໍ່ມີໄຟຟ້າ ແລະ ນ້ຳປະປາ ນ້ອງແຫວນແລະແມ່ ອາໄສໄຟມາຈາກຂ້າງບ້ານ ຄູປຶກສານ້ອງຂອງແຫວນ.

ເລົ່າວ່າ ຕົນເອງອອກຍ້ຽມຍາມບ້ານນັກຮຽນຕາມນະໂຍບາຍຂອງກະຊວງສຶກສາທິການ ຈົນມາພົບວ່າ “ນ້ອງແຫວນ” ມີຊີວິດຄວາມເປັນຢູ່ທີ່ຍາກລຳບອກ.

ນ້ອງແຫວນບໍ່ເຄີຍເລົ່ງເຖິງບັນຫາຂອງຕົນເອງໃຫ້ໃຜໆຮູ້ ໃຊ້ຊີວິດປົກກະຕິຄືເດັກທົ່ວໆໄປ ອີກຍັງເປັນນັກຮຽນດີໄດ້ທີ1ຂອງໂຮງຮຽນ.

ຂໍ້ມູນແລະຮູບພາຍ: อีจัน, pptvhd36.com, mgronline.com