ແຈ້ງໃຫ້ໃຊ້ປື້ມສຳມະໂນຄົວ ເຮັດທຸລະກຳຕ່າງໆແທນບັດປະຈຳຕົວປະຊາຊົນ ເນື່ອງຈາກລະບົບຖານຂໍ້ມູນຂັດຂ້ອງ

ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ​ ແຈ້ງໃຫ້ໃຊ້ປື້ມສຳມະໂນຄົວ ເຮັດທຸລະກຳຕ່າງໆແທນບັດປະຈຳຕົວປະຊາຊົນ ເນື່ອງຈາກລະບົບຖານຂໍ້ມູນຂັດຂ້ອງ

ການນໍາໃຊ້ປື້ມສໍາມະໂນຄົວ ເພື່ອເຄື່ອນໄຫວເຮັດທຸລະກໍາຕ່າງໆແທນບັດປະຈໍາຕົວປະຊາຊົນລາວ (ຊົ່ວຄາວ).

ກະຊວງປ້ອງກັນຄວາມສະຫງົບ,​ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ​ ອອກແຈ້ງການ​ວັນທີ​ 13​ ກັນຍາ​ ຜ່ານມາ ຮຽນຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ບັນດາກອງບັນຊາການ​ ປກສ ແຂວງ ໃນຂອບເຂດທົ່ວປະເທດ ເລື່ອງການນໍາໃຊ້ປື້ມສໍາມະໂນຄົວ ເພື່ອເຄື່ອນໄຫວເຮັດທຸລະກໍາຕ່າງໆແທນບັດປະຈໍາຕົວປະຊາຊົນລາວ (ຊົ່ວຄາວ).

ເນື່ອງຈາກເກີດມີບັນດາຫາລະອຽດດັ່ງນີ້:
1.​ ປະຈຸບັນລະບົບຊັອບແວຖານຂໍ້ມູນ PIM ແລະ ລະບົບໄຟຟ້າສຳຮອງຂັດຂ້ອງ ລະບົບເຄື່ອຂ່າຍສັນຍານລົ້ມ
ເຫຼວເຊິ່ງເຮັດໃຫ້ບໍ່ສາມາດພິມບັດປະຈໍາຕົວແບບໃໝ່ໄດ້.

2. ໃນກໍລະນີປະຊາຊົນບັນດາເຜົ່າ, ພະນັກງານ, ທະຫານ, ຕຳຫຼວດ ທີ່ມີຄວາມຈໍາເປັນໃນການນໍາໃຊ້ບັດປະຈໍາຕົວປະຊາຊົນລາວ ເພື່ອຢັ້ງຢືນປະກອບເອກະສານເຮັດທຸລະກໍາຕ່າງໆ ທີ່ກ່ຽວຂ້ອງກັບເອກະສານວິຊາສະເພາະຂອງ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແລະ ບັນດາກອງບັນຊາການ ປກສ ແຂວງແມ່ນໃຫ້
ນໍາໃຊ້ປື້ມທະບຽນສໍາມະໂນຄົວແທນບັດປະຈຳຕົວໄປກ່ອນ (ຜູ້ບໍ່ທັນມີບັດ ແລະ ຜູ້ບັດໝົດອາຍຸ).

3.​ ພາຍຫຼັງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ສ້ອມແປງ-ປັບປຸງແກ້ໄຂລະບົບຖານຂໍ້ມຸນສຳເລັດຈະແຈ້ງໃຫ້ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແລະ ບັນດາກອງບັນຊາການ ປກສ ແຂວງ ໃນຂອບເຂດທົ່ວປະເທດຮັບຊາບໃນເວລາອັນຄວນ.

ດັ່ງນັ້ນ, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈຶ່ງແຈ້ງມາຍັງ ທ່ານ ຫົວໜ້າກອງບັນຊາການ​ ປກສ ນະຄອນຫຼວງວຽງຈັນ ແລະ ບັນດາກອງບັນຊາການ​ ປກສ ແຂວງ ເພື່ອຮັບຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

Related Posts

Leave a Reply

Your email address will not be published. Required fields are marked *