ຈາກເຫດການທີ່ຫຼາຍຄົນບໍ່ຄາດຄິດ ຕໍ່ການຕັດສິນໃຈຂອງໝໍລຳ ອິນແຕ່ງ ວັນທີ 19 ກັນຍາ 2022 ຜ່ານມາ ສ້າງຄວາມສົງໄສ ແລະ ເກີດຄຳຖາມຕ່າງໆນານາ ແຕ່ບໍ່ມີໃຜໃຫ້ຄຳຕອບໄດ້.

ໃນຄວາມຄິດເຫັນໜຶ່ງທີ່ມີຄວາມເປັນໄປໄດ້ສູງ ຕໍ່ໂພສຂອງອິນແຕ່ງຄື ຄອມເມັ້ນດັງກ່າວ ບອກກວ່າ ອິນແຕ່ງກູ້ເງິນມາປ່ອຍຕໍ່ ແຕ່ຖືກບ້ຽວ ແລ້ວໄຊ້ຕົ້ນບໍ່ທັນ ເລີຍຖືກປະຈານ ເຮັດໃຫ້ຮູ້ສຶກທໍ້.

ຖ້າເຮົາເບິ່ງໃນຄວາມຄິດເຫັນນີ້ມີຄວາມເປັນໄປໄດ້ ເພາະໂພສຂອງອິນແຕ່ງເວົ້າເຖິງ ລູກໜີ້ທີ່ຢືມອິນແຕ່ງຕໍ່ບໍ່ມາຈ່າຍ ເຮັດໃຫ້ຈ່າຍຕົ້ນບໍ່ທັນ.
ແຕ່ເຖິງຢ່າງໃດກໍຕາມເລື່ອງນີ້ຕ້ອງລໍເບິ່ງຄວາມຈິງກ່ອນ.
