ນ້ອມໄວ້ອາໄລແດ່ ພຣະອາຈານໃຫຍ່ ມະຫາບົວຄຳ ສີຣິບຸດ ອະດີດຮອງປະທານສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປລາວ ແລະອະດີດເຈົ້າອະທິການວັດຂົວຫຼວງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ມໍລະນະພາບ ເວລາ 4 ໂມງປາຍ ຕອນເຊົ້າຂອງວັນທີ 22 ກັນຍາ 2022 ດ້ວຍຄວາມຊະລາພາບ, ບວດໄດ້ 69 ພັນສາ, ລວມອາຍຸໄດ້ 89 ປີ.
ປະໂຫວັດຫຍໍ້.
ເກີດເມື່ອວັນທີ 15 ກຸມພາ ພສ 2476, ຄສ 1933 ວັນພຸດ ແຮມ 6 ຄໍ່າ ເດືອນ 3 ປີວອກ ທີ່ບ້ານຍາງສາວ ເມືອງສຸຂຸມາ ແຂວງຈຳປາສັກ.
ບັນພະຊາ (ບວດເປັນຈົວ) ໃນປີ 1949 ຕອນອາຍຸ 16 ປີ.

ອຸປະສົມບົດ (ບວດເປັນພຣະ) ປີ 1953
ປະຫວັດລາຍລະອຽດດ້ານຊີວິດ ແລະ ຜົນງານ