ຈາກພາບ ແລະ ໂພສນີ້ ເຊື່ອວ່າຫຼາຍໆຄົນກໍຢາກມີໂມເມັ້ນແບບນີ້ ການຮຽນໄປນໍາຫາເງິນໄປນໍ ເປັນສິ່ງທີ່ໄວລຸ້ນຫຼາຍຄົນພາກັນເຮັດໃນຍຸກປະຈຸບັນ ແລະ.

ກໍນັບຖື ແລະ ຍິນດີກັບຄວາມສໍາເລັດທີ່ຫຼາຍໆຄົນຄົ້ນພົບ ແລະ ເຮັດຫາຖືກທາງ ປະສົບຜົນສໍາເລັດໄວ ຢ່າງສາວງາມຄົນນີ້ ທີ່ຮຽນຈົບ ແລະ ໄດ້ລົດໃຫຍ່ຄັນງາມ ຖືເປັນຂອງຂວັນທີ່ດີເລີຍ.
ຈາກ: Ky Chansouda ໂພສວ່າ ຮູບທີ່ຖ້າມາເປັນ ປີ ໆ Moment ທີ່ລໍຖ້າມາແຕ່ຕອນຮຽນ ມຊ ມື້ນີ້ມັນກະມາຮອດ ປາດນ້ຳຕາ ແລ້ວ ບອກໂຕເອງວ່າ:

“ມຶງເຮັດໄດ້ແລ້ວ“ ທີ່ສຸດຂອງຄວາມສຳເລັດໃນຮົ້ວ ມະຫາໄລ ທີ່ເປັນທະນາຄານໃຫ້ໂຕເອງຕັ້ງແຕ່ຮຽນຈົນຈົບເລີຍ ຄວາມສຳເລັດແບບ 2 ຂັ້ນ ໄປເລີຍ.
ຂອບໃຈໂຕເອງທີ່ອົດທົນສູ້ຊົນ ,ມີວິໄນ,ເກັບທ້ອນ ຕັ້ງໃຈກັບເປົ້າໝາຍ ເຮັດຫຼາຍຢ່າງໄປພ້ອມກັນແລ້ວໄດ້ຊໍ່ານີ້ຖືວ່າທີ່ສຸດຂອງໂຕເອງລະ ເປັນຮູບທີ່ບັນລະຍາຍຄວາມຮູ້ສຶກບໍ່ໝົດອີ່ຫລີ ມັນຄືທີ່ສຸດ.
ຄລີບ ລົດຄັນແລກໃນຊີວິດ ຈົບແລ້ວ.
ຈາກ: Ky Chansouda.
