Lao News

ສົ່ງໝໍລຳອິນແຕ່ງ ຄັ້ງສຸດທ້າຍ ໝູ່ເພື່ອນ, ແຟນເພງຮ່ວມອາໄລ

ໝໍລຳ ອິນແຕ່ງ ໝໍລຳຊື່ດັງ ພາກໃຕ້ ຈາກເຫດໂດດຂົວຂ້າມນ້ຳຂອງຫວັງຈົບຊີວິດໃນວັນທີ 19 ກັນຍາ 2022, ພົບຮ່າງໃນວັນທີ 21 ກັນຍາ 2022 ຜູ້ຄົນແຟນເພງຕ່າງເສຍດາຍ ແລະ ຮ່ວມອາໄລ ເສຍໃຈນໍາຄອບຄົວ.

ອິນແຕ່ງ ແກ້ວບົວລາ ຫຼື ອິນແຕ່ງ ດອກຟ້າເພັດໂພນທອງ ກຳເນີດແລະເຕີບໃຫຍ່ຢູ່ໃນຄອບຄົວໝໍລໍາ ເລີ່ມຮ້ອງເພງແຕ່ອາຍຸ 15 ປີ ມີຜົນງານເພງຫຼາກຫຼາຍ ເຊົ້າສອງແລງສາມ, ລໍາສີພັນດອນ, ອ້າຍກິນດອງບໍ່ມີຊອງໃຫ້ … ແລະ ອີກຫຼາກຫຼາຍຜົນງານທີ່ຍັງຄົງຢູ່ໃນໃຈຫຼາຍໆຄົນ

ມື້ນີ້ເປັນມື້ສົງສະການ ເຊິ່ງເປັນມື້ສົ່ງ ໝໍລຳ ອິນແຕ່ງ ນາງຟ້າໝໍລໍາຂຶ້ນເທິງສະຫວັນ.

ຄອບຄົວ, ໝູ່ເພື່ອນ, ແຟນເພງ ຕ່າງມາຮ່ວມສົ່ງ ແລະ ອາໄລທີ່ວັດຫມອງບົວ, ວັດອາຈານທອງ, ວັດນອກ ບ້ານຄັນແຍງ ເມືອງໂພນທອງ.

ຂໍໃຫ້ໄປດີເດີ້.

ຊົມຄລິບ.

ຊົມຄລິບ2

Related Articles

Leave a Reply

Your email address will not be published. Required fields are marked *

Back to top button