ຊາວລາວນັ່ງລົດຕູ້ເດີນທາງໄປຕໍ່ວີຊ້າ ແຕ່ໂຊກຮ້າຍລົດຕູ້ແລ່ນໄປຕຳທ້າຍສິບລໍ້ ຂະນະຕິດໄຟແດງ ດັບຄາທີ 3 ຄົນ ບາດເຈັບ12 ຄົນ
ຢູ່ຖະຫນົນຣະຢອງ.
ເມື່ອເວລາ 03:30ໂມງ ວັນທີ 26/9/22 ທີ່ຜ່ານມາ ພັນຕຳຫລວດຕີ ສຸພົດ ບຸນສວນ ສາລະວັດສອບສວນ ສະຖານີຕຳຫລວດແກຼງຣະຢອງ ໄດ້ຮັບແຈ້ງເກີດອຸບັດຕິເຫດ ລົດຕູ້ຕຳທ້າຍລົດສິບລໍ້ ທີ່ຈອດຕິດໄຟແດງ ເປັນເຫດໃຫ້ມີຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບຫລາຍຄົນ ເຫດເກີດທີ່4ແຍກໄຟແດງກຣະແສບົນ ຖະຫນົນບ້ານບຶງ-ແກຼງ (ຂາເຂົ້າແກຼງ) ຫມູ່14 ຕຳບົນກຣະແສບົນ ອຳເພີແກຼງ ຈັງຫວັດຣະຢອງ ຈຶ່ງປະສານແພດເວນ ໂຮງຫມໍແກຼງ ແລະ ຫນ່ວຍກູ້ໄພພຸທສາດສົງເຄາະ ຈຸດກຣະແສບົນເດີນທາງໄປກວດສອບ ແລະ ໃຫ້ຄວາມຊ່ວຍເຫລືອ.
ເມື່ອໄປເຖີງທີ່ເກີດເຫດ ພົບລົດບັນທຸກສິບລໍ້ຕູ້ທຶບ ທະບຽນ70-2675 ຈອດຄາໄຟແດງ ດ້າຍຊ້າຍລົດພົບລົດຕູ້ສີຂາວ ຍີ່ຫໍ້ໂຕໂຍຕ້າ ທະບຽນ 33-5874 ກຣຸງເທບມະຫານະຄອນ ຊົນທ້າຍລົດສິບລໍ້ ຈົນດ້ານຫນ້າເພຍຸບເຂົ້າໄປຈົນຮອດຫ້ອງໂດຍສານ ພົບຄົນຕິດຢູ່ພາຍໃນລົດຈຳນວນ 15 ຄົນ ຈຶ່ງຊ່ວຍກັນລຳລຽງຜູ້ໄດ້ຮັບບາດເຈັບລົງຈາກລົດ ໂດຍມີຜູ້ເສຍຊີວິດຄາທີ່ 3ຄົນ ເປັນເພດຍິງທັງຫມົດ ແລະ ມີຜູ້ໄດ້ຮັບບາດເຈັບທັ້ງຫມົດ12ຄົນເປັນເພດຊາຍ6(ລວມຄົນຂັບດ້ວຍ)ເພດຍິງ6ຄົນ ຈຶ່ງຮີບປະຖົມພະຍາບານເບື້ອງຕົ້ນກ່ອນຈະນຳຕົວຜູ້ໄດ້ຮັບບາດເຈັບ ແລະ ຜູ້ເສຍຊີວິດສົ່ງໂຮງຫມໍແກຼງ.
ຈາກການກວດສອບຊາບວ່າຜູ້ເສຍຊີວິດ3 ຄົນ ເປັນເພດຍິງ ສັນຊາດລາວທັງ3 ຄົນ ສ່ວນຜູ້ໄດ້ຮັບບາດເຈັບທັງຫມົດ11 ຄົນເປັນຄົນສັນຊາດລາວເຊັ່ນດຽວກັນຍົກເວັ້ນຄົນຂັບລົດເປັນຄົນໄທຄື ທ້າວກິດຕິພັດ ເລີດສັນເທັ້ຍ ອາຍຸ 35 ປີ ຊຶ່ງໄດ້ຮັບບາດເຈັບສາຫັດ.
ຈາກການສອບສວນຜູ້ເຫັນເຫດການໄດ້ໃຫ້ການວ່າ ກ່ອນເກີດເຫດ ລົດບັນທຸກສິບລໍ້ຈອດຕິດໄຟແດງຢູ່ທີ່4ແຍກດັ່ງກ່າວລົດຕູ້ໄດ້ຂັບມາດ້ວຍຄວາມໄວໂດຍບໍ່ມີການເບກແລ່ນຕຳເຂົ້າທ້າຍລົດສິບລໍ້ຢ່າງແຮງ ສຽງດັງສະນັ່ນ
ດ້ານຜູ້ໂດຍສານທີ່ໄດ້ຮັບບາດເຈັບຄົນຫນຶ່ງຊຶ່ງມີສະຕິຢູ່ ໄດ້ໃຫ້ການວ່າ ພວກຕົນທັງຫມົດເປັນຄົນສັນຊາດລາວ ໄດ້ນັ່ງລົດຕູ້ ກຳລັງຈະເດີນທາງໄປຕໍ່ວີຊ້າທີ່ ຈັງຫວັນຈັນທະບຸຣີ ຂະນະນັ່ງມາທຸກຄົນຕ່າງກໍ່ນອນຫລັບ ຈົນກະທັ່ງລົດຕຳຈຶ່ງຮູ້ສຶກຕົວແຕ່ກໍ່ບໍ້ທັນແລ້ວ ຮ່າງຕ່າງກະເດັນໄປກະແທກຕົວລົດ ສຽງຮ້ອງດັ່ງສະນັ່ນດ້ວຍຄວາມຕົກໃຈ.
ເບື້ອງຕົ້ນເຈົ້າຫນ້າທີ່ຕຳຫລວດໄດ້ກວດສອບຫລັກຖານໃນຈຸດເກີດເຫດ ພ້ອມສອບສວນຄົນຂັບສິບລໍ້ ແລະ ກຽມສອບສວນຄົນຂັບລົດຕູ້ ແລະ ຜູ້ໂດຍສານຫລັງເຊົາຈາກອາການບາດເຈັບ ເພື່ອປະກອບການດຳເນີນຄະດີ ສ່ວນສາເຫດຈາກການສອບພະຍານທີ່ເຫັນເຫດການຄາດວ່າຄົນຂັບລົດຕູ້ອາດຈະຫລັບໃນ ຈຶ່ງແລ່ນໄປຕຳລົດສິບລໍ້ທີ່ຈອດລໍສັນຍານໄຟແດງຢູ່ທີ່4ແຍກ ແຕ່ເຖີງຢ່າງໃດກໍ່ຕ້ອງລໍການສອບສວນຢ່າງລະອຽດອີກຄັ້ງຈຶ່ງຈະສະຫລຸບເຖີງສາເຫດທີ່ແທ້ຈິງ.
Cr: มาโนช สนองสุข/นพดล แสงวิไล
#ไล่ตามกระแสข่าว