ມື້ນີ້ເຮົາມີບົດຄວາມດີໆທີ່ຄົນເປັນລູກຄວນໄດ້ອ່ານເປັນບົດຄວາມທີ່ເຕືອນສະຕິໃຫ
້ເຮົາຄຳນຶງເຖິງໜ້າທີ່ໃນການເປັນລູກທີ່ດີ.ເລື່ອງສັ້ນ “ ເບື່ອຫຼາຍ ທີ່ມີແມ່ມັກຂໍເເຕ່ເງິນ ”ມີຊາຍໜຸ່ມຄົນໜຶ່ງເຂົາກໍເປັນເສດຖີດ້ວຍລຳແຂ່ງຂອງຕົນເອງ ໃນປີທີ່ຜ່ານມາມານດາຂອງເຂົາສິ້ນບຸນທີ່ບ້ານນອກເຂົາກໍໄດ້ໄປຮ່ວມງານທັ້ງທີ່ເຂົາບໍ່ມັກແມ່ເລີຍ
ເພາະແມ່ຂອງເຂົານັ້ນ ເອົາແຕ່ຂໍເງີນຢ່າງດຽວ ເດືອນໃດເຂົາບໍ່ໄດ້ສົ່ງເງິນເຂົ້າບ້ານ ແມ່ເຂົາກໍຈະໂທມາແລ້ວເວົ້່າກໍເວົ້າສຽງດັງ ແຕ່ວ່າເຂົາເວົ້າວ່າເປັນແມ່ທີ່ບໍ່ດີເລີຍ ຍິ່ງລວຍຫຼາຍເທົ່າໃດແມ່ເຂົາກໍຍິ່ງຂໍເງີນຫຼາຍຂຶ້ນເທົ່ານັ້ນເເຕ່ເມື່ອກັບມາຮອດບ້ານເຂົາກໍອົດຮ້ອງໄຫ້ບໍ່ໄດ້ເພາະເຂົາຍັງບໍ່ຄິດທີ່ຕ້ອງໄປເຮັດວຽກໄກໆ ບໍ່ໄດ້ດູແລແມ່ ເຖິງຈະເປັນແມ່ທີ່ຂໍແຕ່ເງີນ ເຂົາກໍຍັງອົດຮູ້ສຶກຕິດຄ້າງແມ່ບໍ່ໄດ້ ຫຼັງງານສົບກ່ອນທີ່ເຂົາຈະກັບ..
ອ້າຍໃຫຍ່ຢື່ນຊອງນ້ອຍໆ ຊອງໜຶ່ງໃຫ້ເຂົາ ບອກວ່າແມ່ສັ່ງວ່າຕ້ອງມອບໃຫ້ເຂົາ ເຂົາເປີດຊອງອອກມາໃນນັ້ນມີປື້ມເງິນຝາກທະນາຄານຫົວໜຶ່ງແລະຈົດໝາຍສະບັບໜຶ່ງ ທີ່ເປັນຊື່ຂອງເຂົາມີເງີນຝາກເປັນຫຼາຍສິບລ້ານແລະໃນຈົດໝາຍຂຽນວ່າ:“ ລູກຊາຍໃນບັນດາລູກຂອງແມ່ຄົນທີ່ເຮັດແມ່ກັງວົນໃຈຫຼາຍທີ່ສຸດຄືລູກ ຕັ້ງແຕ່ນ້ອຍຈົນໃຫຍ່ບໍ່ດຸໝັ່ນຮຽນໜັງສື ແຖມໃຈກວ້າງກັບເພື່ອນຝູງ ພໍລູກຈະຂໍມາສູ້ໃນເມືອງຫຼວງ.
ແມ່ກໍກັງວົນວ່າລູກຈະລຳບາກ ແມ່ຈຶ່ງບັງຄັບໃຫ້ລູກສົ່ງເງີນມາໃຫ້ແມ່ທຸກເດືອນ ເພື່ອຈະໄດ້ກະຕຸ້ນໃຫ້ລູກໄປຫາເງີນໄດ້ຫຼາຍຂຶ້ນ ໃນຂະນະດຽວກັນກໍເປັນການຊ່ວຍລູກເກັບເງິນອີກທາງໜຶ່ງ ເງິນທີ່ລູກໃຫ້ແມ່ ແມ່ບໍ່ໄດ້ໃຊ້ຈັກກີບ ອ້າຍລູກເບິ່ງແຍງແມ່ດີຫຼາຍຕອນນີ້ລູກເົອາໄວ້ໃຊ້ໃຫ້ຄຸ້ມເຖີດ”ພໍອ່ານຈົບເຂົາຊຸດລົງພື້ນ ຖ້າຍັງມີພໍ່ແມ່ກໍພຽງເຮັດໜ້າທີ່ລູກໃຫ້ດີທີ່ສຸດຢ່າເຮັດຫຍັງທີ່ຈະຮູ້ສຶກເສຍໃຈພາຍຫຼັງກໍພໍ.