ແຈ້ງເຕືອນພາຍຸໄຕ້ຝຸ່ນໂນຣຸ ຈະພັດເຂົ້າພາກກາງ ແລະ ພາກໃຕ້ ເຮັດໃຫ້ຝົນຕົກໜັກ, ໝັກຫຼາຍ-ລົມພັດແຮງ ໄລຍະ 28-30 ກັນຍາ

ແຈ້ງເຕືອນພາຍຸໄຕ້ຝຸ່ນໂນຣຸ ຈະພັດເຂົ້າພາກກາງ ແລະ ພາກໃຕ້ ເຮັດໃຫ້ຝົນຕົກໜັກ, ໝັກຫຼາຍ-ລົມພັດແຮງ ໄລຍະ 28-30 ກັນຍາ

ອຸຕຸແຈ້ງເຕືອນສະບັບທີ 2 ກຽມຮັບມືພາຍຸໄຕ້ຝຸ່ນໂນຣຸ ຈະພັດເຂົ້າພາກກາງ ແລະ ພາກໃຕ້ ຂອງລາວ ໃນວັນທີ 28-30 ກັນຍານີ້ ເຊິ່ງຈະເຮັດໃຫ້ມີຝົນຕົກໜັກ ຫາ ໜັກຫຼາຍ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ, ໃຫ້ພໍ່ແມ່ປະຊາຊົນທີ່ອາໄສຢູ່ແຂວງດັ່ງກ່າວຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ, ກະກຽມເກັບມ້ຽນວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄວ້ບ່ອນທີ່ປອດໄພ.

ຕອນເຊົ້າຂອງວັນທີ 26 ຫາ 27 ກັນຍາ 2022 ລົມພາຍຸໄຕ້ຝຸ່ນ ໂນຣຸ ຫົວທີ 16 ກໍາລັງເຄື່ອນທີ່ຢູ່ເຂດມະຫາສະມຸດປາຊີຟິກ ແລະ ຈະສືບຕໍ່ເຄື່ອນທີ່ມາທາງທະເລຈີນໃຕ້ຕອນກາງ, ຄາດວ່າພາຍຸໄຕ້ຝຸ່ນຫົວນີ້ຈະຂຶ້ນຝັ່ງພາກກາງຂອງປະເທດຫວຽດນາມ ໃນຕອນເຊົ້າຂອງວັນທີ 28 ກັນຍາ 2022 ນີ້, ຈາກນັ້ນຈະເຄື່ອນທີ່ຜ່ານ ພາກກາງ ແລະ ພາກໃຕ້ ຂອງປະເທດລາວ ໃນວັນທີ 28 ຫາ 30 ກັນຍາ 2022 ນີ້ ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໜັກ ຫາ ໜັກຫຼາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນເຂດພາກກາງ ແລະ ພາກໃຕ້ ເຊັ່ນ: ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື.

ດັ່ງນັ້ນ. ຈຶ່ງແຈ້ງເຕືອນເຖິງອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາເຂດແຂວງດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ, ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມອັ່ງ ແລະ ນໍ້າຖ້ວມຊຸ ພ້ອມທັງກະກຽມເກັບມ້ຽນວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄວ້ບ່ອນທີ່ປອດໄພ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

ຊົມຄລິບ.

Related Posts

Leave a Reply

Your email address will not be published. Required fields are marked *