ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ, ຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊໄດ້ໃຫ້ຮູ້ວ່າ:

ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ, ຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊໄດ້ໃຫ້ຮູ້ວ່າ:

ໃນຄັ້ງວັນທີ 26 ກັນຍາ 2022 ນີ້ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ ຈະມີກຸ່ມຄົນຈໍານວນໜຶ່ງເຄື່ອນໄຫວຄ້າ-ຂາຍ ແລະ ຂົນສົ່ງຢາເສບຕິດປະເພດກະເຟທີ່ປະສົມສານເສບຕິດ(ກະເຟມ່ວນ)ມາຈາກນະຄອນຫຼວງວຽງຈັນໄປຫາບ້ານ ວຽງຄໍາ ເມືອງ ປາກກະດິງ ແຂວງ ບໍລິຄໍາໄຊ.

ຈາກນັ້ນເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດຈຶ່ງໄດ້ສົມທົບກັບກໍາລັງຕໍາຫຼວດຈະລາຈອນ ອອກເຄື່ອນໄຫວຕິດຕາມເປົ້າໝາຍ, ຮອດເວລາ 07 ໂມງ 40 ນາທີ ຂອງວັນທີ 27 ກັນຍາ 2022 ຈຶ່ງພົບເຫັນລົດຂອງເປົ້າໝາຍເປັນລົດກະບະ ໂຕໂຍຕ່າ ວີໂກ່ ສີຂາວ ໝາຍເລກທະບຽນ ອລ 8399 ກໍາແພງນະຄອນ

ແລ່ນມາດ້ວຍຄວາມໄວສູງມາຈາກທາງນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ຈຶ່ງໄດ້ຂັບຂີ່ລົດຕິດຕາມມາ ພໍຮອດເຂດບ້ານຫາງຊິງ ເມືອງ ປາກຊັນ ແຂວງ ບໍລິຄໍາໄຊ ລົດຄັນດັ່ງກ່າວໄດ້ເກີດອຸປະຕິເຫດຕໍາກັບລົດຈັກ ແລ້ວໄດ້ຂັບລົດເອົາຕົວຫຼົບໜີມາທາງເມືອງປາກຊັນ ເຈົ້າໜ້າທີ່ໄດ້ໄລ່ຕິດຕາມາຮອດທາງຮ່ອມເຂົ້າສວນຢາພາລາເຂດບ້ານກ້ວຍອຸດົມ ເມືອງ ປາກຊັນ ເປົ້າໝາຍຈຶ່ງຈອດລົດປະໄວ້ ແລ້ວເອົາຕົວຫຼົບໜີ, ພໍຮອດເວລາ 09 ໂມງຂອງວັນດຽວກັນຈຶ່ງສາມາດກັກຕົວເປົ້າໝາຍໄດ້ 02 ຄົນຄື:

ທ້າວ ບົວພາ ອາຍຸ 26 ປີ ອາຊີບຄ້າຂາຍ ຢູ່ບ້ານ ວຽງຄໍາ ເມືອງ ປາກກະດິງ ແລະ ທ້າວ ສຸດໃຈ ອາຍຸ 18 ອາຊີບຄ້າຂາຍ ຢູ່ບ້ານ ຫ້ວຍຫອຍ ເມືອງ ວຽງທອງ ທັງສອງຢູ່ແຂວງ ບໍລິຄໍາໄຊ ຜ່ານການກວດຄົ້ນລົດຄັນດັ່ງກ່າວພົບເຫັນກະເຟຊອງປະສົມສານເສບຕິດ ຈໍານວນ 779 ຊອງ ແລະ ກະເຟປ໋ອງປະສົມສານເສບຕິດ ຈໍານວນ 87 ປ໋ອງຊຸກເຊື່ອງໄວ້ໃນເບາະລົດ,

ພ້ອມນັ້ນຍັງມີເຄື່ອງສໍາອາງປະເພດເຊລໍ່າ 280 ກ່ອງ, ສະບູ່ 131 ກ້ອນ, ຄີມກັນແດດ 187 ກ່ອງ ທີ່ນໍາໃຊ້ເພື່ອອໍາພາງໃນເວລາເຄື່ອນຍ້າຍຂົນສົ່ງກະເຟທີ່ປະສົມສານເສບຕິດຢູ່ໃນລົດຄັນດັ່ງກ່າວອີກດ້ວຍ, ຈາກນັ້ນຈຶ່ງໄດ້ນໍາຕົວພວກກ່ຽວທັງສອງຄົນພ້ອມຂອງກາງ ແລະ ລົດກະບະຄັນດັ່ງກ່າວມາສືບສວນ-ສອບສວນຕາມກົດໝາຍ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ໃນເບື້ອງຕົ້ນ ພວກກ່ຽວທັງ 02 ໄດ້ໃຫ້ການຮັບສາລະພາບວ່າ: ເຄື່ອງຈໍານວນດັ່ງກ່າວແມ່ນຮັບຊື້ມາຈາກເຖົ້າແກ່ຄົນຈີນຢູ່ນະຄອນຫຼວງວຽງຈັນເພື່ອຂະນໍາໄປຈໍາໜ່າຍຢູ່ເຂດບ້ານວຽງຄໍາ ເມືອງ ປາກກະດິງ ແຕ່ກໍ່ມາເກີດອຸປະຕິເຫດ ແລະ ຖືກເຈົ້າໜ້າທີ່ກັກຕົວມາດໍາເນີນຄະດີສາກ່ອນ, ຕໍ່ກັບຄະດີດັ່ງກ່າວທາງເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ບໍລິຄໍາໄຊ.

ຈະສືບຕໍ່ຂະຫຍາຍຜົນເພື່ອຕິດຕາມກັກຕົວຜູ້ຮ່ວມຂະບວນການມາດໍາເນີນຄະດີຕາມລະບຽບກົດໝາຍຕື່ມອີກ ແລະ ຍັງໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນໂດຍສະເພາະຊາວໜຸ່ມ,ເຍົາວະຊົນຈົ່ງພ້ອມກັນມີສະຕິລະວັງຕົວໃນການບໍລິໂພກອາຫານເສີມປະເພດຕ່າງໆເພາະອາດມີສານເສບຕິດປະສົມຢູ່ນໍາເຊິ່ງເປັນອັນຕະລາຍຕໍ່ສຸຂະພາບເຖິ່ງຂັ້ນເສຍຊີວິດກໍ່ມີ ແລະ ຈົ່ງຊ່ວຍກັນເປັນຫູເປັນຕາໃຫ້ແກ່ເຈົ້າໜ້າທີ່ໃນການສະກັດກັ້ນແກ້ໄຂບັນຫາປະກົດການຫຍໍ້ທໍ້ໃຫ້ລຸດໜ້ອຍຖອຍລົງ ແລະ ໝົດໄປຈາກສັງຄົມໂດຍໄວ.

Related Posts

Leave a Reply

Your email address will not be published. Required fields are marked *