ປກສ ແຂວງບໍ່ ແ ກ້ວ

ປກສ ແຂວງບໍ່ແກ້ວ ຈັບຜູ້ຂາຍຢາເສບຕິດ ຢາບ້າ 33 ລ້ານເມັດ ແລະ ຢ່ໄອສ໊ 500 ກິໂລ.

ຂ່າວໂທລະພາບ ແຂວງບໍ່ແກ້ວ ລາຍງານໃຫ້ຮູ້ວ່າ: ວັນທີ 23 ກັນຍາ 2022 ຜ່ານມານີ້ ປກສ ແຂວງບໍ່ແກ້ວ ມ້າງຄະດີຢາເສບຕິດລາຍໃຫຍ່ໄດ້ ສາມາດຈັບຕົວຜູ້ກະທຳຜິດໄດ້ 2 ຄົນ.

ທ້າວ ສົມຫວັງ ຫວ່າ ອາຍຸ 34 ປີ ແລະ ເມຍ ນາງ ເຢັງຢາງ ອາຍຸ 18 ປີ ສັນຊາດລາວ ເຜົ່າມົ້ງ ບ້ານ ຮົ່ມເຢັນ ເມືອງຕົ້ນເຜິ້ງ ພ້ອມຂອງກາງຢາບ້າ 300.000 ເມັດ.

ເຈົ້າໜ້າທີ່ໄດ້ຂະຫຍາຍຜົນ ຄົ້ນເຮືອນຂອງທ້າວດວງແກ້ວ ໝື່ນແກ້ວມະນີ ພ້ອມກັກຕົວນາງ ບໍ້າ ໝື່ນແກ້ວມະນີ ຜູ້ເປັນເມຍ ບ້ານສີບຸນເຮືອງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ສາມາດຢຶດຢາບ້າ 33.000.000 ເມັດ, ຢາໄອສ໌ 500 ກິໂລກຣາມ.

ຄົ້ນເຮືອນທ້າວດວງແກ້ວ ສາມາດຢຶດຂອງກາງຢາບ້າໄດ້ 200.000 ເມັດ ເຄຕາມິນ 1 ຫໍ່ນໍ້າໜັກ 1 ກິໂລກຣາມສ່ວນທ້າວ ດວງແກ້ວ ໝື່ນແກ້ວມະນີ ແລະ ທ້າວອາລຸນ ແມ່ນເອົາຕົວຫລົບໜີ ເຈົ້າໜ້າທີ່ພວມເລັ່ງຈັບຕົວຜູ້ກ່ຽວມາດຳເນີນຄະດີ

ຊົມເຊີຍເຈົ້າໜ້າທີ່ເກັ່ງຫຼາຍ ຈັບກູ່ມນີ້ໄປຂ້າຖີ້ມໃຫ້ໝົດເພາະລູກຫຼານໄປກີນຢາໝົດ

ປກສ ແຂວງບໍ່ແກ້ວ ຈັບຜູ້ຂາຍຢາເສບຕິດ ຢາບ້າ 33 ລ້ານເມັດ ແລະ ຢ່ໄອສ໊ 500 ກິໂລ.

ຊົມຄຼິບ

Related Posts

Leave a Reply

Your email address will not be published. Required fields are marked *