ເມືອງຈຳປາສັກ ໄດ້ຮັບຜົນກະທົບຈາກພາຍຸໂນຣຸ ພັດຜ່ານ 73 ບ້ານ, ມີນ້ຳຖ້ວມ, ເສົາໄຟຟ້າລົ້ມ.

ເມືອງຈຳປາສັກ ຖືເປັນເມືອງໜຶ່ງທີ່ໄດ້ຮັບຜົນກະທົບຈາກພາຍຸໂນຣຸພັດຜ່ານ ເຊິ່ງໄດ້ເຮັດໃໍຫ້ເກີດຝົນຕົກໜັກ, ລົມພັດແຮງ ເຮັດມີ 73 ບ້ານ ທີ່ໄດ້ຮັບຜົນກະທົບຈາກພາຍຸດັ່ງກ່າວ.

ຂ່າວທ້ອງຖິ່ນແຂວງຈຳປາສັກ ລາຍງານໃຫ້ຮູ້ວ່າ: ວັນທີ 28 ກັນຍາ 2022 ທີ່ເມືອງຈຳປາສັກ ມີ 73 ບ້ານ ຄື: 5 ກຸ່ມບ້ານເມືອງຈຳປາສັກ ໄດ້ຮັບຜົນກະທົບຈາກພາຍຸໂນຮຸ ທີ່ພັດຜ່ານ ເຂົ້າມາພາຍໃນເມືອງຈຳປາສັກ ເຮັດໃຫ້ນໍ້າຖ້ວມ, ເສົາໄຟຟ້າລົ້ມ ສ້າງຄວາມເສຍຫາຍໃຫ້ຊັບສິນຂອງພໍ່ແມ່ປະຊາຊົນພາຍໃນເມືອງ.

ພ້ອມດຽວກັນ ກໍໄດ້ແຈ້ງເຕືອນປະຊາຊົນທີ່ດຳລົງລົງຊິວິດລຽບຕາມແຄມແມ່ນໍ້າຂອງ ແຕ່ບ້ານຫົວປາຂໍ້ ຫາ ຫ້ວຍເງີນ, ເໜືອແລະ ໄຕ້ ລະມັດລະວັງພາຍຸໂນຮຸຢ່າງໃກ້ຊິດ ເຊິ່ງຈະມີຝົນຕົກໜັກ ແລະ ຈະເຮັດໃຫ້ເກີດນໍ້າຖ້ວມ ແລະ ດິນເຈື່ອນໄດ້. ເຂດກຸ່ມ 1, ກຸ່ມ2 ,ກຸ່ມ3 ,ກຸ່ມ4, ກຸ່ມ 5, ໃນ 73 ບ້ານ ທົ່ວເມືອງຈຳປາສັກ ໃຫ້ມີສະຕິເຝົ້າລະມັດລະວັງ ເກັບມ້ຽນວັດຖຸ, ຊັບສິນພາຍໃນຄົວເຮືອນໄວ້ທີ່ສູງ ແລະ ສັດລ້ຽງ.
ຕິດຕາມສະພາບດິນຟ້າ, ອາກາດຢ່າງໃກ້ຊິດ ເຊິ່ງໃນວັນທີ 28 ກັນຍາ, ພາຍຸໂນຮຸ ໄດ້ສ້າງຄວາມເສຍຫາຍຫຼາຍຈຸດຢູ່ເມືອງຈຳປາສັກຄື: ຂົວນໍ້າຖ້ວມຫຼາຍຈຸດ ໂດຍສະເພາະບ້ານທາງແບ່ງ, ບ້ານທາງຄົບ ແລະ ບ້ານອື່ນໆພາຍໃນເມືອງຈຳປາສັກ, ເສົາໄຟຟ້າລົ້ມຢູ່ບ້ານວັດໄຊ ແລະ ນໍ້າຖ້ວມໄຫຼ້ຂ້າມທາງ, ຖ້ວມທາງເຂົ້າບ້ານ ໜອງສະໂນ, ທາງເຂົ້າບ້ານໜອງຂາມ ແລະ ຖ້ວມຕາມບ້ານ,ຕາມຄົວເຮືອນປະຊາຊົນ.
ແຕ່ຢ່າງໃດກໍຕາມ, ມາໃນວັນທີ 29 ກັນຍານີ້ ກົມອຸຕຸນິຍົມ ແລະ ອຸທົກກະສາດ ກໍຍັງແຈ້ງເຕືອນຝົນຕົກໜັກຈາກພາຍຸໄຕ້ຝຸ່ນໂນຮຸ ເຊິ່ງໄດ້ອ່ອນກຳລັງລົງເປັນພາຍຸດີເປຼຊັນແລ້ວ ແຕ່ບັນດາແຂວງພາກໃຕ້ ສາລະວັນ, ເຊກອງ, ຈຳປາສັກ, ອັດຕະປື ຍັງຈະມີຝົນຕົກລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ, ມີຝົນຕົກຫຸ້ມ 70% ຂອງເນື້ອທີ່.